ໄດ້ຄົ້ນພົບຊາກຂອງເຮືອບິນໂດຍສານ MU5735 ແຕ່ຍັງບໍ່ທັນຄົ້ນພົບຜູ້ໂດຍສານທີ່ປະສົບເຫດຢູ່ໃນເຮືອບິນ

2022-03-23 17:24:43 |ມາຈາກ: CRI

ຕອນບ່າຍວັນທີ 21 ມີນານີ້, ເຮືອບິນໂດຍສານລຳໜຶ່ງຂອງບໍລິສັດການບິນ CHINA EASTERN ໄດ້ຂາດການຕິດຕໍ່ພົວພັນກັບສູນຄວບຄຸມທາງອາກາດຢູ່ພາກພື້ນດິນໃນເວລາບິນໄປເຖິງທາງອາກາດນະຄອນອູໂຈ່ວເຂດກວາງຊີຈີນ ແລະ ຕົກລົງສູ່ເນີນພູ. ພາຍຫຼັງເກີດເຫດເຮືອບິນຕົກແລ້ວ, ກຳລັງຊ່ວຍເຫຼືອຝ່າຍຕ່າງໆໄດ້ຈັດຕັ້ງປະຕິບັດການກູ້ໄພຢ່າງວ່ອງໄວ. ນັກຂ່າວ CMG ໄດ້ຮູ້ຂ່າວຈາກສະຖານທີ່ເກີດເຫດວ່າ: ໃນການກູ້ໄພກັບທີ່ໄດ້ພົບເຫັນຊາກຂອງເຮືອບິນແລ້ວ, ແຕ່ຍັງບໍ່ທັນຄົ້ນພົບຜູ້ໂດຍສານທີ່ປະສົບເຫດຢູ່ໃນເຮືອບິນ. ຢູ່ບໍລິເວນຂອງສະຖານທີ່ເກີດເຫດໄດ້ຈັດຕັ້ງສະຖານີໂທລະຄົມເຄື່ອນທີ່ດ້ວຍເຮືອບິນແບບບໍ່ມີຄົນຂັບ ທີ່ສາມາດບິນຢູ່ເທິງອາກາດທີ່ສູງກວ່າລະດັບໜ້າດິນ 200 ແມັດ ແລະ ປະຈຳການໄດ້ຕະຫຼອດ 24 ຊົ່ວໂມງ.