ກ່ອນຈະຂຶ້ນບິນ, ເຮືອບິນລຳເກີດເຫດໄດ້ສອດຄ່ອງກັບມາດຕະຖານຕາມຄວາມຮຽກຮ້ອງ ຕ້ອງການດ້ານການບິນ

2022-03-23 17:30:26 |ມາຈາກ: CRI

ເວລາ 21:00 ໂມງຂອງວັນທີ 22 ມີນານີ້, ກອງບັນຊາການແກ້ໄຂບັນຫາແລະຮັບມືສຸກເສີນແຫ່ງຊາດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວຢູ່ນະຄອນອູໂຈ່ວເຂດກວາງຊີຈີນ ໂດຍໄດ້ຖະແຫຼງຄວາມຄືບໜ້າຂອງການສືບສວນ-ສອບສວນຫາສາເຫດກ່ຽວກັບເຫດການ ເຮືອບິນໂດຍສານຂອງບໍລິສັດ CHINA EASTERN ເກີດເຫດຕົກ ແລະ ໃຫ້ຄຳຕອບຕໍ່ບັນຫາຕ່າງໆທີ່ວົງການຕ່າງໆໃນສັງຄົມໃຫ້ຄວາມສົນໃຈ.

ຂ່າວລາຍງານວ່າ, ເຮືອບິນໂດຍສານຂອງບໍລິສັດ CHINA EASTERN ຖ້ຽວບິນ MU5735 ໄດ້ບິນອອກຈາກນະຄອນຄຸນມິງໃນເວລາ 13:16 ໂມງ ຂອງວັນທີ 21 ມີນານີ້, ຮອດເວລາ 14:17 ໂມງ ໄດ້ບິນໄປເຖິງເຂດອາກາດທີ່ຄຸ້ມຄອງໂດຍນະຄອນກວາງໂຈ່ວໃນ ລະດັບຄວາມສູງ 8.900 ແມັດ. ເວລາ 14:20 ໂມງ, ພະນັກງານຄວບຄຸມການຈະລາ ຈອນທາງອາກາດໄດ້ພົບລະດັບຄວາມສູງການບິນຂອງເຮືອບິນລຳນີ້ຕົກຕ່ຳລົງຢ່າງວ່ອງໄວ ແລະກະທັນຫັນ ຈຶ່ງໄດ້ໃຊ້ສັນຍານເອີ້ນຈຸບິນຫຼາຍເທື່ອທັນທີ, ແຕ່ກໍບໍ່ໄດ້ຮັບສັນຍານຕອບ ຈັກເທື່ອ, ຮອດເວລາ 14:23 ໂມງ, ເຮືອບິນລຳນີ້ໄດ້ສູນຫາຍໄປຈາກລະບົບຣາດາ. ຈາກນັ້ນໄດ້ກວດສອບແລະຢືນຢັນວ່າ, ເຮືອບິນລຳດັ່ງກ່າວໄດ້ເກີດເຫດຕົກຢູ່ບໍລິເວນເມືອງ ເຖິງຊ້ຽນ ນະຄອນອູໂຈ່ວ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ. ມາຮອດຕອນຮຸ່ງເຊົ້າຂອງ ວັນທີ 22 ມີນານີ້, ຍັງບໍ່ໄດ້ຄົ້ນພົບມີໃຜລອດຊີວິດໄດ້, ອົງການປ້ອງກັນຄວາມສະຫງົບ ທ້ອງຖິ່ນໄດ້ປິດສະຖານທີ່ເກີດເຫດແລ້ວ.