ຈີນຕາງໜ້າປະເທດທີ່ມີຈຸດຢືນຄ້າຍຄືກັນຮຽກຮ້ອງໃຫ້ສະພາມົນຕີສິດທິມະນຸດ ສປຊ ຕິດຕາມການກະທຳລ່ວງລະເມີດສິດຂອງຊົນເຜົ່າພື້ນເມືອງຂອງປະເທດທີ່ກ່ຽວຂ້ອງ

2022-03-23 17:32:23 |ມາຈາກ: CRI

ວັນທີ 21 ມີນານີ້, ທ່ານຈຽງຕ່ວນ ອັກຄະລັດຖະທູດຈີນປະຈຳສຳນັກງານເຊີແນວຂອງ ສປຊ ແລະ ອົງການຈັດຕັ້ງສາກົນອື່ນໆປະຈຳສະວິສ ໄດ້ຕາງໜ້າປະເທດທີ່ມີຈຸດຢືນຄ້າຍຄືກັນປະກອບຄຳເຫັນໃນກອງປະຊຸມສະໄໝທີ 49 ຂອງສະພາມົນຕີສິດທິມະນຸດ ສປຊ.

ທ່ານກ່າວວ່າ: ໃນຫຼາຍສັດຕະວັດທີ່ຜ່ານມາ, ປະເທດທີ່ກ່ຽວຂ້ອງໄດ້ກົດຂີ່ຂຸດຮີດຊົນເຜົ່າພື້ນເມືອງຢ່າງປ່າເຖື່ອນ ແລະ ໄດ້ດັບສູນວັດທະນະທຳຊົນເຜົ່າພື້ນເມືອງ ເຊິ່ງຄວາມຈິງເຫຼົ່ານີ້ໄດ້ຖືກປິດບັງມາຈົນເຖິງປັດຈຸບັນ. ໃນສູ່ມື້ນີ້, ປະເທດທີ່ກ່ຽວຂ້ອງຍັງບໍ່ທັນໄດ້ປະຕິບັດມາດຕະການທີ່ບັງເກີດຜົນມາປ້ອງກັນສິດທິຂອງຊົນເຜົ່າພື້ນເມືອງ, ພັດຍັງປະຕິບັດກົດໝາຍແລະນະໂຍບາຍລັກສະນະດູຖູກໃນປັດຈຸບັນ, ເຮັດໃຫ້ຊົນເຜົ່າພື້ນເມືອງຖືກດູຖູກ ແລະ ບໍ່ມີສິດສະເໝີພາບໂດຍທົ່ວໄປ.

ການປະກອບຄຳເຫັນຮ່ວມໄດ້ທວງໃຫ້ປະເທດທີ່ກ່ຽວຂ້ອງດັດແກ້ຄວາມຜິດພາດຂອງຕົນໃນທັນທີ, ລຶບລ້າງການດູຖູກຕໍ່ຊົນເຜົ່າພື້ນເມືອງຢ່າງສິ້ນເຊີງ ພ້ອມທັງໄດ້ຮຽກຮ້ອງໃຫ້ສະພາມົນຕີສິດທິມະນຸດ ສປຊ ຈົ່ງຕິດຕາມບັນຫາທີ່ປະເທດທີ່ກ່ຽວຂ້ອງລ່ວງລະເມີດສິດຂອງຊົນເຜົ່າພື້ນເມືອງຕໍ່ໄປ ແລະ ໃຊ້ການກະທຳຕົວຈິງທີ່ຈຳເປັນ.