ລົດພະລັງງານໃໝ່ຂາຍດີໃນຕະຫຼາດຢຸນນານ

2022-03-24 17:36:09 |ມາຈາກ:

ປີ 2021, ຍອດຂາຍຍ່ອຍຂອງລົດພະລັງງານໃໝ່ (ລົດພະລັງງານໄຟຟ້າ) ໃນແຂວງຢຸນນານເພີ່ມຂຶ້ນ247,9% ແລະລົດພະລັງງານໃໝ່ຂາຍດີຫຼາຍຢູ່ຕະຫຼາດຢຸນນານ.

ກຸ່ມລູກຄ້າທີ່ມີອາຍຸ 20 ຫາ 30 ປີມີຄວາມຕ້ອງການຕໍ່ຄວາມສົມບູນແບບໃນດ້ານຄວາມສາມາດໃຫມ່ແລະ ຮູບຮ່າງພາຍນອກຂອງລົດພະລັງງານໃຫມ່, ແລະມີຄວາມຕ້ອງການຕໍ່ການປັບແຕ່ງທີ່ຫຼາຍຂຶ້ນ; ສ່ວນຜູ້ບໍລິໂພກທີ່ມີອາຍຸສູງ ຈະຊື້ລົດພະລັງງານໃຫມ່ ເພື່ອນຳໃຊ້ທົດແທນ ຫຼື ນຳໃຊ້ເພີ່ມເຕີມກັບລົດນໍ້າມັນເຊື້ອໄຟ.

ບໍລິສັດສາຂາໃນຄຸນໝິງຂອງບໍລິສັດລົດທ່ອງທ່ຽວຢຸນນານຈຳກັດມີລົດນຳໃຊ້ໃນການທ່ອງທ່ຽວປະຈຸບັນ 270ຄັນ, ​ໃນນັ້ນມີລົດ 17 ບ່ອນນັ່ງ 10 ຄັນ ທີ່ແມ່ນລົດທ່ອງທ່ຽວພະລັງງານໃໝ່. ບໍລິສັດລົດທ່ອງທ່ຽວຈິເມຊີສີບສອງພັນນາຈຳກັດ ມີລົດແທັກຊີທັງໝົດ 450 ຄັນ, ໃນນັ້ນມີ 18 ຄັນແມ່ນລົດພະລັງງານໃໝ່.

ຍົກຕົວຢ່າງເມືອງຄຸນໝິງ, ສະຖິຕິທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ, ມາຮອດທ້າຍເດືອນພະຈິກປີ2020, ຈຳນວນລົດພະລັງງານໃໝ່ຢູ່ຄຸນໝິງມີ 28.927 ຄັນ, ແລະມີສະຖານີສາກໄຟທັງໝົດ 314 ແຫ່ງ, ມີປ້ຳສາກໄຟ 23.986 ແຫ່ງ, ແລະສະຖານີປ່ຽນໄຟ 11 ແຫ່ງ. ອີງຕາມສະພາບການຂອງປະເທດຈີນ,ໃນປີ 2013 ມີລົດພະລັງງານໃຫມ່ຫນ້ອຍກວ່າ 20 ພັນຄັນ, ໃນປີ 2021 ປະລິມານການຜະລິດແລະການຈຳໜ່າຍເກີນ 3,5 ລ້ານຄັນ,ຈຳນວນຂອງການຜະລິດແລະການຂາຍລົດພະລັງງານໃຫມ່ທັງຫມົດຂອງຈີນເປັນອັນດັບຫນຶ່ງຂອງໂລກເປັນເວລາເຈັດປີຕິດຕໍ່ກັນ.

ມາຈາກ ຫນັງສືພິມລາຍວັນແຂວງຢຸນນານ
ນັກຂ່າວ ຫານເຊີງຢວນ ມ້າຢີເຟ