ຄ່າໃຊ້ຈ່າຍທັງໝົດຂອງການກວດຫາເຊື້ອພະຍາດໂຄວິດ-19 ຢູ່ແຂວງຢຸນນານ ປະເທດຈີນບໍ່ເກີນ15ຢວນ

2022-03-24 17:37:49 |ມາຈາກ:

ຫວ່າງມໍ່ໆມານີ້, ​ແຂວງຢຸນນານໄດ້ປະກາດລາຄາຄ່າກວດຫາເຊື້ອພະຍາດໂຄວິດ-19, ນັບແຕ່ວັນທີ22ມີນານີ້ເປັນຕົ້ນໄປ, ຄ່າກວດທັງໝົດຈະຫຼຸດລົງເຫຼືອພຽງ 15 ຢວນຕໍ່ຄັ້ງ (30.000 ກີບຕໍ່ຄັ້ງ). ປະຊາຊົນສາມາດກວດຫາພະຍາດໂຄວິດ-19ໃນສະຖາບັນການແພດໂດຍບໍ່ຈຳເປັນຕ້ອງລົງທະບຽນ, ແລະສະຖາບັນການແພດຈະບໍ່ຄິດຄ່າທຳ ນຽມການປຶກສາຂອງຄົນເຈັບນອກ ຫຼືຄ່າທຳນຽມວິນິດໄສແລະການປິ່ນປົວທົ່ວໄປ; ຖ້າປະຊາຊົນຊື້ແນວກວດໂຄວິດເພື່ອທົດສອບດ້ວຍຕົນເອງ, ສະຖາບັນການແພດຈະບໍ່ເກັບຄ່າບໍລິການການກວດຫາພະຍາດໂຄວິດ-19.
ມາຈາກ ຫນັງສືພິມກາງຄືນຊຸນເສີງ