ຈຳນວນພັດສະດຸຂອງການບໍລິການຂົນສົ່ງດ່ວນໃນເດືອນກຸມພາມີ 6,91 ຕື້ອັນ

2022-03-24 17:38:55 |ມາຈາກ:

ຫວ່າງມໍ່ໆມານີ້, ນັກຂ່າວໄດ້ຮັບຮູ້ຈາກກົມໄປສະນີແຫ່ງປະເທດຈີນວ່າ,​ໃນສອງເດືອນຕົ້ນປີນີ້, ຈຳນວນພັດສະດຸຂອງການບໍລິການຂົນສົ່ງດ່ວນໃນເດືອນມັງກອນຫາກຸມພາທັງໝົດມີ 15,69 ຕື້ອັນ, ເພີ່ມຂຶ້ນ 19,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ລາຍຮັບຂອງທຸລະກິດບັນລຸເຖິງ 157,43 ຕື້ຢວນ,ເພີ່ມຂຶ້ນ 13,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ຈຳນວນພັດສະດຸຂອງການບໍລິການຂົນສົ່ງດ່ວນໃນເດືອນກຸມພາແມ່ນ 6,91 ຕື້ອັນ, ເພີ່ມຂຶ້ນ 49,7% ​ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຍອດລາຍຮັບຂອງວິສາຫະກິດບັນລຸ 65,71 ຕື້ຢວນ, ເພີ່ມຂຶ້ນ 27,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ມາຈາກ ຫນັງສືພິມປະຊາຊົນ

ນັກຂ່າວ ຫຼີຊີນຜິງ