ຈີນຮຽກຮ້ອງໃຫ້ສະໜັບສະໜູນປະເທດອາຣັບຄົ້ນຄວ້າເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຕົນຢ່າງເປັນເຈົ້າຕົນເອງ

2022-03-24 17:47:11 |ມາຈາກ: CRI

ວັນທີ 23 ມີນານີ້, ທ່ານຈ່າງຈຸ່ນ ຜູ້ຕາງໜ້າຖາວອນຂອງຈີນຈີນປະຈຳ ສປຊ ໄດ້ຮຽກຮ້ອງໃຫ້ສະໜັບສະໜູນປະເທດອາຣັບຄົ້ນຄວ້າເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຕົນຢ່າງເປັນເຈົ້າຕົນເອງ.

ທ່ານຈ່າງຈຸ່ນໄດ້ກ່າວໃນກອງປະຊຸມເປີດເຜີຍຂັ້ນສູງກ່ຽວກັບບັນຫາການຮ່ວມມືສັນນິບາດປະເທດອາຣັບ ທີ່ສະພາຄວາມໝັ້ນຄົງ ສປຊ ຈັດຂຶ້ນໃນມື້ດຽວກັນວ່າ: ເປັນເວລາດົນນານມາແລ້ວ, ຄວາມໝັ້ນຄົງແລະການພັດທະນາແມ່ນ 2 ເປົ້າໝາຍໃຫຍ່ທີ່ປະເທດອາຣັບສະແຫວງຫາມາໂດຍຕະຫຼອດ. ການບັນລຸສັນຕິພາບ, ສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງປະເທດ ກໍຄືຂອງພາກພື້ນ ແມ່ນຄວາມປາຖະໜາຮ່ວມຂອງປະຊາຊົນອາຣັບ. ປະຊາຄົມໂລກຄວນເສີມຂະຫຍາຍບົດບາດທີ່ມີລັກສະນະສ້າງສັນ, ສະໜັບສະໜູນປະເທດອາຣັບຄົ້ນຄວ້າເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຕົນຢ່າງເປັນເຈົ້າຕົນເອງ, ຕັດສິນອະນາຄົດແລະຊາຕາກຳຂອງປະເທດຕົນຢ່າງເປັນເຈົ້າຕົນເອງ.