ທ່ານສີຈິ້ນຜິງສົ່ງສານຊົມເຊີຍໄປຍັງກອງປະຊຸມສຳມະນາທິດສະດີພັກກອມມູນິດຈີນ-ກູບາຄັ້ງທີ 4

2022-03-24 17:52:47 |ມາຈາກ: CRI

ວັນທີ 23 ມີນານີ້, ທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ສົ່ງສານຊົມເຊີຍໄປຍັງກອງປະຊຸມສຳມະນາທິດສະດີພັກກອມມູນິດຈີນ-ກູບາຄັ້ງທີ 4.

ທ່ານສີຈິ້ນຜິງກ່າວວ່າ: ພັກກອມມູນິດຈີນ ແລະພັກກອມມູນິດກູບາ ຕ່າງກໍເປັນແກນນຳໃນພາລະກິດສັງຄົມນິຍົມຂອງປະເທດຕົນ. ໂດຍປະເຊີນໜ້າກັບສະພາບການໃໝ່ ແລະພາລະໜ້າທີ່ໃໝ່, ກອງປະຊຸມສຳມະນາທິດສະດີສອງພັກຈີນ ແລະກູບາ ທີ່ມີຫົວຂໍ້ວ່າ: “ເພີ່ມທະວີການກໍ່ສ້າງພັກ, ບຸກບືນໃນການອອກເດີນທາງຄັ້ງໃໝ່ຂອງສັງຄົມນິຍົມຈີນ-ກູບາໃນສະໄໝໃໝ່” ນັ້ນ ແມ່ນໄດ້ຈັດຂຶ້ນຢູ່ໃນໂອກາດທີ່ດີທີ່ສຸດ ເຊິ່ງມີຄວາມໝາຍທີ່ສຳຄັນຕໍ່ພວກເຮົາໃນການສະແຫວງຫາເສັ້ນທາງພັດທະນາສັງຄົມນິຍົມທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ. ພັກກອມມູນິດຈີນຍິນດີແລກປ່ຽນກັບພັກກອມມູນິດກູບາ ກ່ຽວກັບບັນຫາທິດສະດີ ແລະບັນຫາພຶດຕິກຳທີ່ສຳຄັນ, ຮ່ຳຮຽນ ແລະຖອດຖອນບົດຮຽນດ້ານການປົກຄອງປະເທດ ແລະການຄຸ້ມຄອງລັດ ເຊິ່ງກັນແລະກັນ, ຊຸກຍູ້ການກໍ່ສ້າງພັກ ແລະພາລະກິດສັງຄົມນິຍົມຂອງຕົນໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.

ກອງປະຊຸມສຳມະນາທິດສະດີພັກກອມມູນິດຈີນ-ກູບາຄັ້ງທີ 4 ແມ່ນຈັດໂດຍຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ແລະຄະນະພົວພັນສາກົນສູນກາງພັກກອມມູນິດກູບາ ໂດຍຜ່ານທາງວິດີໂອໃນວັນທີ 23 ຫາ 24 ມີນານີ້.