ໜ່ວຍການບິນອະວະກາດເສິນໂຈ່ວ 13 ຈະເຂົ້າສູ່ໄລຍະກະກຽມກັບຄືນສູ່ໜ່ວຍໂລກ

2022-03-25 18:27:12 |ມາຈາກ: CRI

ສື່ມວນຊົນທາງການຈີນລາຍງານວ່າ: ໜ່ວຍການບິນອະວະກາດເສິນໂຈ່ວ 13 ຈະເຂົ້າສູ່ໄລຍະກະກຽມກັບຄືນສູ່ໜ່ວຍໂລກ. ມາຮອດປັດຈຸບັນນີ້, ນັກບິນອະວະກາດ 3 ຄົນໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ຕາມວົງໂຄຈອນມາເປັນເວລາ 5 ເດືອນປາຍ, ກຽມຈະກັບຄືນສູ່ໜ່ວຍໂລກໃນກາງເດືອນເມສາໜ້ານີ້, ປັດຈຸບັນ, ໄດ້ຮອດເວລານັບຖອຍຫຼັງຈະກັບຄືນສູ່ໜ່ວຍໂລກແລ້ວ.