ຍອດມູນຄ່າການຄ້າຈີນແລະ 5 ປະເທດຕາມລ້ອງແມ່ນ້ຳຂອງໃນປີ 2021 ໄດ້ເພີ່ມຂຶ້ນ 23%

2022-03-25 18:30:36 |ມາຈາກ: CRI

ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນວັນທີ 23 ມີນານີ້, ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວໃນ 6 ປີຜ່ານມາ ເຊິ່ງໄດ້ກາຍເປັນກົນໄກການຮ່ວມມືອະນຸພາກພື້ນທີ່ມີຊີວິດຊີວາທີ່ສຸດ ແລະ ມີຄວາມສາມາດບົ່ມຊ້ອນທີ່ສຸດ. ຍອດມູນຄ່າການຄ້າຈີນແລະ 5 ປະເທດຕາມລ້ອງແມ່ນ້ຳຂອງໃນປີ 2021 ມີເກືອບ 400 ຕື້ໂດລາສະຫະລັດ, ໄດ້ເພີ່ມຂຶ້ນ 23% ເມື່ອທຽບໃສ່ປີ 2020.