ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງຈະສ້າງອະນາຄົດທີ່ດີງາມກວ່າເກົ່າໃຫ້ແກ່ປະຊາຊົນບັນດາປະເທດໃນພາກພື້ນນີ້

2022-03-25 18:33:39 |ມາຈາກ: CRI

ອາທິດນີ້ເປັນ “ສັບປະດາແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ” ປີ 2022. ໃນວັນທີ 23 ມີນາປີ 2016, ກອງປະຊຸມຜູ້ນຳການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງຄັ້ງທຳອິດ ໄດ້ຈັດຂຶ້ນຢູ່ນະຄອນຊ່ານຢ້າ ແຂວງໄຫຫຼຳ ປະເທດຈີນ ເຊິ່ງເປັນການເລີ່ມຕົ້ນກົນໄກການຮ່ວມມືໃນອະນຸພາກພື້ນແບບໃໝ່ດັ່ງກ່າວຢ່າງເປັນທາງການ. ຜ່ານຄວາມພະຍາຍາມຂອງ6 ປະເທດໃນເຂດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ຂົງເຂດການຮ່ວມມືດັ່ງກ່າວໄດ້ຂະຫຍາຍຕົວກວ້າງອອກຢ່າງບໍ່ຢຸດຢັ້ງ,ພະລັງຂັບເຄື່ອນພາຍໃນກໍໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ມາຮອດປັດຈຸບັນ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງໄດ້ກາຍເປັນກົນໄກການຮ່ວມມືໃນອະນຸພາກພື້ນທີ່ມີຊີວິດຊີວາ ແລະມີຄວາມສາມາດບົ່ມຊ້ອນຫຼາຍທີ່ສຸດ ເຊິ່ງເປັນການໃຫ້ພະລັງຊຸກດັນແກ່ການພັດທະນາຂອງ ປະເທດຕ່າງໆ ແລະ ເປັນການສ້າງແບບຢ່າງໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳຂອງ ມວນມະນຸດ.

ໃນ 6 ປີທີ່ຜ່ານມາ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ ໄດ້ຮັບໝາກຜົນອັນອຸດົມສົມບູນ ເຊັ່ນ:

ໃນວັນທີ 3 ທັນວາ ປີ 2021, ທາງລົດໄຟລາວ-ຈີນ ໄດ້ເປີດນຳໃຊ້ຢ່າງເປັນທາງການ. ນັບແຕ່ມື້ເປີດນຳໃຊ້ມາຮອດມື້ຄົບຮອບ 100 ວັນ, ທາງລົດໄຟລາວ-ຈີນ ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 1.800.000 ເທື່ອຄົນ ແລະຂົນສົ່ງສິນຄ້າຫຼາຍກວ່າ 1.200.000 ໂຕນ, ໃນນັ້ນ, ຂົນສົ່ງສິນຄ້າຂ້າມຊາຍແດນຫຼາຍກວ່າ 280.000 ໂຕນ. ການເປີດນຳໃຊ້ທາງລົດໄຟລາວ-ຈີນຢ່າງເປັນທາງການ ເປັນການສະແດງໃຫ້ເຫັນວ່າ: ການຮ່ວມມືລະຫວ່າງ 6 ປະເທດໃນເຂດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃນຂົງເຂດການເຊື່ອມໂຍງເຊື່ອມຈອດກັນ ໄດ້ສືບຕໍ່ລົງເລິກ ແລະກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.

ໃນດ້ານການຮ່ວມມືຕ້ານການແຜ່ລະບາດຂອງພະຍາດໂຄວິດ-19, 6 ປະເທດໃນເຂດລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຮ່ວມມືກັນຕ້ານກັບການແຜ່ລະບາດຂອງພະຍາດດັ່ງກ່າວ. ຈີນໄດ້ໃຫ້ການຊ່ວຍເຫຼືອລ້າດ້ານຢາກວດຫາເຊື້ອ, ຜ້າປິດປາກ, ຊຸດປ້ອງກັນພະຍາດ ແລະວັດຖຸອຸປະກອນອື່ນໆຫຼາຍງວດ ແກ່ 5 ປະເທດໃນເຂດລ້ອງແມ່ນ້ຳຂອງ, ພ້ອມທັງໄດ້ຈັດກອງປະຊຸມແລກປ່ຽນບົດຮຽນຕ້ານການແຜ່ລະບາດຂອງພະຍາດ, ແຕ່ງຕັ້ງໜ່ວຍງານຜູ້ຊ່ຽວຊານການແພດ, ຊ່ວຍເຫຼືອ 5 ປະເທດດັ່ງກ່າວສ້າງຫ້ອງທົດລອງກວດຫານິວຄະເລອິກ ແລະໂຮງໝໍຊົ່ວຄາວ. ມາຮອດທ້າຍປີ 2021, ຈີນໄດ້ສະໜອງວັກຊີນຕ້ານໂຄວິດ-19 ຈຳນວນ 190 ລ້ານຫຼອດໃຫ້ແກ່ 5 ປະເທດໃນເຂດລ້ອງແມ່ນ້ຳຂອງ ດ້ວຍຮູບການຊ່ວຍເຫຼືອ ແລະຈັດຊື້ທາງທຸລະກິດ.

ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຈີນ ແລະປະເທດເຂດລ້ອງແມ່ນ້ຳຂອງ ໄດ້ຜ່ານຜ່າຄວາມຫຍຸ້ງຍາກຕ່າງໆນາໆ, ລົງເລິກການຮ່ວມມືດ້ານເສດຖະກິດການຄ້າໃນຂອບເຂດທີ່ກວ້າງຂວາງກວ່າເກົ່າ, ຂົງເຂດທີ່ຫຼາຍກວ່າເກົ່າ ແລະລະດັບທີ່ສູງກວ່າເກົ່າຢ່າງບໍ່ຢຸດຢັ້ງ ເພື່ອຮ່ວມມືກັນຊຸກຍູ້ການພັດທະນາດ້ານເສດຖະກິດ. ອີງຕາມຂໍ້ມູນສະແດງໃຫ້ເຫັນວ່າ: ໃນປີ 2021, ຍອດມູນຄ່າການຄ້າລະຫວ່າງຈີນ ກັບປະເທດເຂດລ້ອງແມ່ນ້ຳຂອງ ໄດ້ບັນລຸເຖິງ 398 ຕື້ໂດລາສະຫະລັດ ເຊິ່ງໄດ້ເພີ່ມຂຶ້ນ 23% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງ ໄດ້ກຳເນີດເກີດຂຶ້ນ ແລະຈະເລີນຮຸ່ງເຮືອງຂຶ້ນ ຍ້ອນມີສາຍນ້ຳຕິດຈອດກັນ. ພາຍໃຕ້ການສະໜັບສະໜູນຈາກກອງທຶນສະເພາະການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງຂອງລັດຖະບານຈີນ, ກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນໍ້າຂອງໄດ້ນຳໃຊ້ງົບປະມານເກືອບ 300 ລ້ານຢວນ, ດຳເນີນໂຄງການຮ່ວມມືຕົວຈິງເກືອບ 30 ໂຄງການ ໂດຍໄດ້ສ້າງສູນຂໍ້ມູນຊັບພະຍາກອນນ້ຳ, ສູນອຸທົກກະສາດ 50 ກວ່າແຫ່ງ ໃຫ້ແກ່ປະເທດເຂດລ້ອງແມ່ນ້ຳຂອງ, ພ້ອມທັງໄດ້ດຳເນີນໂຄງການແບບຢ່າງຄວາມປອດໄພດ້ານນ້ຳດື່ມນຳໃຊ້ໃນຊົນນະບົດ 30 ກວ່າແຫ່ງ.

ໃນ 6 ປີຜ່ານມາ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຜ່ານການທົດສອບຈາກການປ່ຽນແປງຂອງສະຖານະການສາກົນທີ່ສັບສົນ, ໄພພິບັດນ້ຳຖ້ວມ ແລະແຫ້ງແລ້ງ, ການປ່ຽນແປງຂອງດິນຟ້າອາກາດ, ບັນຫາໄພຄຸກຄາມຄວາມໝັ້ນຄົງແບບໃໝ່, ການແຜ່ລະບາດຂອງພະຍາດໂຄວິດ-19 ແລະອື່ນໆ, ຊຸກຍູ້ການພັດທະນາພາຍໃຕ້ສະພາບຄວາມຫຍຸ້ງຍາກ ແລະສ້າງສະພາບການໃໝ່ພາຍໃຕ້ສະຖານະການທີ່ປ່ຽນແປງ ໂດຍໄດ້ດຳເນີນໂຄງການທີ່ມີຜົນປະໂຫຍດຕໍ່ປະຊາຊົນຈຳນວນ 500 ກວ່າໂຄງການ. ໃນອະນາຄົດ, ຈີນຈະປະຕິບັດຕາມແນວຄິດດ້ານການທູດ ແລະແນວຄິດການທູດທີ່ມີຄວາມ “ຮັກແພງ, ຈິງໃຈ, ອະນຸເຄາະຕໍ່ກັນ ແລະໂອບເອື້ອອາລີ” ກັບປະເທດອ້ອມຂ້າງຂອງທ່ານສີຈິ້ນຜິງ, ຮ່ວມມືກັບປະເທດເຂດລ້ອງແມ່ນ້ຳຂອງ, ສ້າງອະນາຄົດທີ່ດີງາມກວ່າເກົ່າໃຫ້ແກ່ປະຊາຊົນບັນດາປະເທດໃນພາກພື້ນນີ້.