ຜູ້ໂດຍສານ 132 ຄົນໃນເຮືອບິນໂດຍສານຖ້ຽວ MU5735 ທີ່ເກີດອຸບັດເຫດຕົກໄດ້ເສຍຊີວິດທັງໝົດ

2022-03-28 17:53:22 |ມາຈາກ: CRI

ພິທີຖະແຫຼງຂ່າວກ່ຽວກັບເຮືອບິນໂດຍສານ ຖ້ຽວບິນ MU5735 ຂອງສາຍການບິນໄຊນາອິສເທີນ ຫຼື CHINA EASTERNAIRLINES ທີ່ເກີດອຸບັດເຫດຕົກໃນວັນທີ 21 ມີນານີ້ ໄດ້ແຈ້ງໃຫ້ຊາບວ່າ: ຜູ້ໂດຍສານ 123 ຄົນແລະຈຸບິນ 9 ຄົນຢູ່ເທິງເຮືອບິນລຳດັ່ງກ່າວໄດ້ເສຍຊີວິດທັງໝົດ. ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ຜູ້ເສຍຊີວິດ.

ນອກນີ້, ຂ່າວແຈ້ງໃຫ້ຮູ້ວ່າ: ກັບບັນທຶກຂໍ້ມູນການບິນຫຼືກັບດຳໜ່ວຍທີສອງຂອງເຮືອບິນໂດຍສານທີ່ເກີດອຸບັດເຫດຕົກແມ່ນສາມາດຊອກເຫັນແລ້ວໃນວັນທີ 27 ມີນານີ້.