ທ່ານສີຈິ້ນຜິງແລະປະທານາທິບໍດີວານູອາຕູສົ່ງໂທລະເລກອວຍພອນເຊິ່ງກັນແລະກັນເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 40 ປີ

2022-03-28 17:57:28 |ມາຈາກ: CRI

ວັນທີ 26 ມີນານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະທ່ານ ຕາລີສໂອເບັດ ໂມຊີ ປະທານາທິບໍດີສາທາລະນະລັດວານູອາຕູ ໄດ້ສົ່ງໂທລະເລກອວຍ ພອນເຊິ່ງກັນແລະກັນເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດຄົບຮອບ 40 ປີ.

ໃນໂທລະເລກອວຍພອນຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ນັບຕັ້ງແຕ່ສອງ ປະເທດຈີນ-ວານູອາຕູສ້າງຕັ້ງສາຍພົວພັນທາງການທູດເປັນເວລາ 40 ປີມານີ້, ການແລກປ່ຽນແລະການຮ່ວມມືໃນຂົງເຂດຕ່າງໆໄດ້ຮັບຜົນງານອັນອຸດົມສົມບູນ, ເຊິ່ງໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ປະຊາຊົນສອງຊາດ. ຈີນໃຫ້ຄວາມ ສຳຄັນຢ່າງສູງຕໍ່ການເສີມຂະຫຍາຍສາຍພົວພັນຈີນ-ວານູອາຕູ, ແລະຍິນດີຮ່ວມ ກັນກັບວານູອາຕູຖືເອົາວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ40ປີເປັນຈຸດເລີ່ມຕົ້ນໃຫມ່ເພື່ອລົງເລິກແລະເປີດກວ້າງການສົນທະນາ,ການແລກປ່ຽນແລະການຮ່ວມມືໃນຂົງເຂດຕ່າງໆລະຫວ່າງສອງປະເທດ, ຊຸກຍູ້ສາຍພົວພັນຄູ່ຮ່ວມຍຸດ ທະສາດຮອບດ້ານຈີນ-ວານູອາຕູໃຫ້ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່.

ໂທລະເລກອວຍພອນຂອງທ່ານໂມຊີ ມີເນື້ອໃນລະບຸໂດຍຢືນຢັນວ່າ ວານູອາຕູ ເດັດດ່ຽວປະຕິບັດນະໂຍບາຍຈີນດຽວ, ແລະຄອງຄອຍຈະຖືເອົາປີຄົບ ຮອບ 40 ປີຂອງການສ້າງຕັ້ງສາຍພົວພັນທາງການທູດຈີນ -ວານູອາຕູ ເປັນໂອກາດທີ່ດີ ເພື່ອຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ຂະຫຍາຍຕົວ ກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ.