ທ່ານສີຈິ້ນຜິ້ງ ແລະຜູ້ນຳທ່ານອື່ນໆຂອງຈີນຢືນກົ້ມຫົວສະແດງຄວາມໄວ້ອາໄລຕໍ່ພີ່ນ້ອງຮ່ວມຊາດຈີນທີ່ປະສົບເຄາະຮ້າຍໃນອຸບັດເຫດເຮືອບິນ ຂອງສາຍການບິນ ໄຊນາອິສເທີນຕົກ

2022-03-28 17:58:07 |ມາຈາກ: CRI

ຕອນບ່າຍວັນທີ 28 ມີນານີ້, ກົມການເມືອງສູນກາງພັກກອມມູນິດຈີນໄດ້ຈັດກອງປະຊຸມ ເພື່ອຄົ້ນຄວ້າວຽກງານທີ່ກ່ຽວຂ້ອງໃນໄລຍະມໍ່ໆນີ້. ໃນເວລາເລີ່ມກອງປະຊຸມ, ໂດຍພາຍໃຕ້ການສະເໜີຂອງທ່ານສີຈິ້ນຜິງ, ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ທັງເປັນປະທານຄະນະກຳມະການການທະຫານສູນກາງຈີນ, ສະມາຊິກກົມການເມືອງສູນກາງພັກກອມມູນິດຈີນທີ່ເຂົ້າຮ່ວມປະຊຸມທັງຫຼາຍໄດ້ຢືນຂຶ້ນ ກົ້ມຫົວສະແດງຄວາມໄວ້ອາໄລຕໍ່ພີ່ນ້ອງຮ່ວມຊາດຈີນທີ່ປະສົບເຄາະຮ້າຍໃນອຸບັດເຫດເຮືອບິນໂດຍສານ ຖ້ຽວບິນ MU5735 ຂອງສາຍການບິນໄຊນາອິສເທີນຕົກ ເມື່ອ ວັນທີ 21 ມີນານີ້.