ຈາກມົງໂກນໃນໄປຮອດອາຊີຕາເວັນອອກສ່ຽງໃຕ້ ສະຖານີກວດກາຊາຍແດນບໍ່ຫານຢຸນນານ ເປັນແຮງຊ່ວຍເສັ້ນທາງລົດໄຟລາວ-ຈີນ

2022-03-30 18:12:40 |ມາຈາກ:

ເວລາ 16:49 ວັນທີ 27 ມີນາ, ຂະບວນລົດໄຟຂົນສົ່ງສິນຄ້າສາກົນລາວ-ຈີນຖ້ຽວ 21053 ໄດ້ເຂົ້າສູ່ເຂດກວດກາສະຖານທີ່ກວດກາສິນຄ້າກວດກາຊາຍແດນດ່ານລົດໄຟບໍ່ຫານ, ຂະບວນລົດໄຟນີ້ປະກອບດ້ວຍ ຕູ້ຄອນເທນເນີຂະໜາດມາດຕະຖານ 20 ຕູ້ ,ແລະ ລົດໄຟຂົນສົ່ງສິນຄ້າເຊັ່ນ ລົດທີ່ບັນຈຸຢາງລົດ, ຈັກກາຊວນ, ສາຍແອວ ແລະ ສິນຄ້າອື່ນໆ.

ຫຼັງຈາກລົດໄຟຢຸດລົງ, ຕໍາຫຼວດໄດ້ດໍາເນີນການກວດກາລົດໄຟຕໍ່ຢ່າງທັນທີ. ເວລາ 17:18, ຂັ້ນຕອນການກວດກາຂອງລົດໄຟຂາອອກໄດ້ສຳເລັດ, ຂະບວນລົດໄຟໄດ້ອອກເດີນທາງສູ່ອຸໂມງມິດຕະພາບລາວ-ຈີນ.

ຂະບວນລົດໄຟຂົນສົ່ງສິນຄ້າສາກົນລາວ-ຈີນ ໄດ້ເດີນທາງອອກຈາກສວນຈໍລະຈອນແຈກຢາຍສິນຄ້າສາກົນ ທາງລົດໄຟຊີສູມູນ ທີ່ເມືອງອູລານຊາປູ ເຂດມົງໂກນ ໃນຕອນເຊົ້າຂອງວັນທີ 19 ມີນາ,​ ເປັນຂະບວນລົດໄຟຂົນສົ່ງສິນຄ້າສາກົນລາວ-ຈີນ ຂະບວນທຳອິດທີ່ເປີດຢູ່ມົງໂກນໃນ, ເປັນການ​ເປີດຊ່ອງທາງການຄ້າສາກົນທີ່ວ່ອງໄວທີ່ສຸດລະຫວ່າງປະເທດ ໃນການເຊື່ອມຕໍ່ມົງໂກນໃນແລະບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.

ມາຈາກ ເວັບໄຊຢຸນນານ