ທ່ານຫວາງຢີ້ພົບປະກັບຜູ້ຕາງໜ້າລະດັບສູງດ້ານນະໂຍບາຍການຕ່າງປະເທດ ແລະຄວາມໝັ້ນຄົງຂອງສະຫະພາບເອີຣົບຜ່ານທາງວີດີໂອ

2022-03-30 18:23:27 |ມາຈາກ: CRI

ວັນທີ29ມີນານີ້,ທ່ານຫວາງຢີ້ ທີ່ປຶກສາແຫ່ງລັດທັງເປັນລັດຖະມົນຕີກະຊວງ ການຕ່າງປະເທດຈີນໄດ້ພົບປະກັບທ່ານໂຈເຊ ໂບເຣວ ຜູ້ຕາງໜ້າລະດັບສູງດ້ານ ນະໂຍບາຍການຕ່າງປະເທດແລະຄວາມໝັ້ງຄົງຂອງສະຫະພາບເອີຣົບຜ່ານທາງວີດີໂອ.

ທ່ານຫວາງຢີ້ກ່າວວ່າ:ໂລກໃນປັດຈຸບັນໄດ້ກ້າວເຂົ້າສູ່ໄລຍະຄວາມປັ່ນປ່ວນ ແລະປ່ຽນແປງອັນໃໝ່.ຈີນແລະເອີຣົບໃນຖານະເປັນກຳລັງໃຫຍ່ສອງແງ່ໃນຂະ ບວນການໂລກຫັນເປັນຫຼາຍຂົ້ວ,ຄວນຮັກສາການແລກປ່ຽນຄວາມເຫັນກັນດ້ານ ຍຸດທະສາດເປັນປະຈຳ,ເພີ່ມຄວາມເຂົ້າໃຈກັນຢ່າງບໍ່ຢຸດຢັ້ງ,ສືບຕໍ່ເປີດກວ້າງ ຄວາມເຫັນຄືກັນ,ຮ່ວມກັນຮັບມືກັບສິ່ງທ້າທາຍຕ່າງໆຂອງໂລກ.ສອງຝ່າຍຕ້ອງ ກະກຽມການໄປມາຫາສູ່ກັນຂັ້ນສູງໃນອັນດັບຕໍ່ໄປໃຫ້ດີ,ອຳນວຍທິດຊີ້ນຳດ້ານຍຸດທະສາດໃຫ້ແກ່ການຮ່ວມມືຂອງສອງຝ່າຍແລະສົ່ງສັນຍາທີ່ຕັ້ງໜ້າໃຫ້ກັບໂລກ.

ທ່ານຫວາງຢີ້ກ່າວຕື່ມວ່າ:ຝ່າຍຈີນຮູ້ສຶກເສຍໃຈທີ່ໄຟສົງຄາມຢູ່ອູແກຣນຍັງບໍ່ ທັນສະຫງົບລົງ.ຈຸດຢືນຂອງຈີນແມ່ນຈະແຈ້ງ,ໃນບັນຫາສົງຄາມແລະສັນຕິພາບ,ພວກຂ້າພະເຈົ້າຢືນຢູ່ທາງຂ້າງສັນຕິພາບ,ລະຫວ່າງການລົງໂທດແຕ່ຝ່າຍດຽວກັບການສົນທະນາແລະເຈລະຈາ,ພວກຂ້າພະເຈົ້າຢືນຢູ່ທາງຂ້າງການສົນທະນາແລະເຈລະຈາ,ລະຫວ່າງການຕື່ມນ້ຳມັນໃສ່ກອງໄຟກັບການຫຼຸດອຸນຫະພູມດ້ວຍການ ມອດໄຟ, ພວກ ຂ້າພະເຈົ້າຢືນຢູ່ທາງຂ້າງການມອດໄຟ.ເວລາຈະຢັ້ງຢືນໃຫ້ເຫັນ ວ່າ:ຈຸດຢືນຂອງປະເທດຈີນແມ່ນມີຄວາມຮັບຜິດຊອບ,ແລະສາມາດທົນທານຕໍ່ ການທົດສອບທາງປະຫວັດໄດ້.

ທ່ານໂບເຣວກ່າວວ່າ:ປັດຈຸບັນ ສາຍພົວພັນລະຫວ່າງສະຫະພາບເອີຣົບແລະ ຈີນໄດ້ປະເຊີນກັບບັນຫາທີ່ເປັນຮູບປະທຳຈຳນວນໜຶ່ງ,ແຕ່ຝ່າຍສະຫະພາບເອີຣົບຍັງຄົງສຸມໃສ່ປັບປຸງແລະຍົກລະດັບສາຍພົວພັນລະຫວ່າງສອງຝ່າຍ.ຂ້າພະເຈົ້າ ຍິນດີກ່າວລື້ມຄືນອີກວ່າ,ສະຫະພາບເອີຣົບຍຶດໝັ້ນໃນນະໂຍບາຍປະເທດຈີນດຽວ,ສະຫະພາບເອີຣົບແລະປະເທດສະມາຊິກທັງໝົດລ້ວນແຕ່ຈະບໍ່ແລະກໍ່ບໍ່ຄວນຜິດດ່ຽງຈຸດຢືນນີ້.