ແຂວງສານຊີ ເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນຂອງເສັ້ນທາງລົດໄຟລາວ-ຈີນຄັ້ງທຳອິດ

2022-04-06 18:59:24 |ມາຈາກ:

ວັນທີ 30 ມີນາ, ແຂວງສານຊີ ທີ່ຕັ້ງຢູ່ພາກກາງຂອງຈີນ ໄດ້ເປີດຂະບວນລົດໄຟຂົນສົ່ງສິນຄ້າສາກົນຂອງເສັ້ນທາງລົດໄຟລາວ-ຈີນ(ປາວຈີ-ວຽງຈັນ) ຄັ້ງທຳອິດຢ່າງເປັນທາງການ. ຂະບວນລົດໄຟດັ່ງກ່າວໄດ້ອອກເດີນທາງຈາກສະຖານທີ່ຂົນສົ່ງປາວຈີຜິງຢາງຂອງກຸ່ມບໍລິສັດຊີອ່ານລົດໄຟຈີນຈຳກັດ,ຜ່ານດ່ານບໍ່ຫານແຂວງຢຸນນານ ແລະ ມຸ່ງໜ້າສູ່ນະຄອນຫຼວງວຽງຈັນ ປະເທດລາວ. ຂະບວນລົດໄຟດັ່ງກ່າວໄດ້ບັນທຸກຕູ້ TEU 25 ຕູ້ ທີ່ມີຄວາມຍາວ 12 ແມັດ, ຫຼັງຈາກສິນຄ້າມາຮອດນະຄອນຫຼວງວຽງຈັນ, ຈະໄດ້ສົ່ງຕໍ່ໄປດ່ານມຽວວາດີມຽນມາ.

ມາຈາກ ເວັບໄຊຂ່າວສານຈີນ
ນັກຂ່າວ ຈ່າງຢວນ ຈຽວເຈນ ໂຈວເປົາໝີງ