ທ່ານສີຈິ້ງຜິງແລະປະທານາທິບໍດີອາກເມນີໄດ້ສົ່ງສານອວຍພອນກັນເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 30ປີ

2022-04-06 19:05:19 |ມາຈາກ: CRI

ວັນທີ 6 ເມສານີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນ ແລະທ່ານວາຮານ ຄາຊາຕູຢາ, ປະທານາທິບໍດີອາກເມນີໄດ້ສົ່ງສານອວຍພອນເຖິງກັນແລະກັນ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຈີນ-ອາກເມນີຄົບຮອບ 30 ປີ.

ໃນສານຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ຕະຫຼອດໄລຍະ 30 ປີຜ່ານມາທີ່ໄດ້ສ້າງຕັ້ງສາຍພົວພັນທາງການທູດນຳກັນ, ການພົວພັນລະຫວ່າງຈີນ-ອາກເມນີໄດ້ສືບຕໍ່ມີທ່ວງທ່າການຂະຫຍາຍຕົວຢ່າງເຂັ້ມແຂງແລະໝັ້ນທ່ຽງ. ສອງຝ່າຍໄດ້ລົງເລິກຄວາມໄວ້ເຊື່ອໃຈກັນທາງດ້ານການເມືອງ, ການຮ່ວມມືຕົວຈິງໃນແຕ່ລະຂົງເຂດໄດ້ຮັບ ການຊຸກຍູ້ຢ່າງໜັກແໜ້ນ, ການແລກປ່ຽນດ້ານວັດທະນະທຳກໍ່ນັບມື້ນັບແໜ້ນແຟ້ນຂຶ້ນກວ່າເກົ່າ. ຈີນໄດ້ເອົາໃຈໃສ່ໃນລະດັບສູງຕໍ່ການຂະຫຍາຍຕົວການພົວພັນ ລະຫວ່າງຈີນ-ອາກເມນີ,ຍິນດີສຸມຄວາມພະຍາຍາມຮ່ວມກັນກັບອາກເມນີ. ຊຸກຍູ້ໃຫ້ການພົວພັນລະຫວ່າຈີນ-ອາກເມນີແລະການຮ່ວມມືໃນແຕ່ລະຂົງເຂດລະຫວ່າງສອງຝ່າຍປະສົບຜົນສຳເລັດຫຼາຍກວ່າເກົ່າ.

ທ່ານວາຮານ ຄາຊາຕູຢາກ່າວວ່າ, ອາກເມນີຍິນດີສຸມຄວາມພະຍາຍາມຮ່ວມກັນ ກັບທ່ານປະທານສີຈິ້ນຜິງ, ເພື່ອເຮັດໃຫ້ການພົວພັນແລະການຮ່ວມມື ບົນຈິດໃຈມິດຕະພາບລະຫ່ວາງອາກເມນີ-ຈີນຂະຫຍາຍຕົວຢ່າງຍືນຍົງແລະໝັ້ນທ່ຽງ.