2 ເດືອນຕົ້ນປີ 2022 ຍອດມູນຄ່າຂາເຂົ້າຂາອອກດ້ານການ ຄ້າການບໍລິການຂອງຈີນເພີ່ມຂຶ້ນ 33,5%

2022-04-07 17:57:44 |ມາຈາກ: CRI

ວັນທີ 6 ເມສານີ້, ກະຊວງການຄ້າຈີນໄດ້ເຜີຍແຜ່ ຕົວເລກໂດຍໄດ້ສະແດງໃຫ້ເຫັນວ່າ: ນັບແຕ່ເດືອນມັງກອນຫາເດືອນກຸມພາປີ 2022 ນີ້, ຍອດມູນຄ່າຂາເຂົ້າຂາອອກດ້ານການຄ້າການບໍລິການຂອງຈີນໄດ້ບັນລຸ 953,48 ຕື້ຢວນ, ເພີ່ມຂຶ້ນ 33,5% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້, ການຄ້າດ້ານການບໍລິການໄດ້ສືບຕໍ່ຮັກສາທ່ວງທ່າການເຕີບໂຕທີ່ດີ.

ອີງຕາມຕົວເລກຂອງກະຊວງການຄ້າຈີນ, ໃນ 2 ເດືອນຕົ້ນປີ ນີ້, ມູນຄ່າຂາອອກດ້ານການຄ້າການບໍລິການຂອງຈີນບັນລຸໄດ້ 467,58 ຕື້ຢວນ, ເພີ່ມຂຶ້ນ 39,4%; ມູນຄ່າຂາເຂົ້າດ້ານການບໍລິການບັນລຸໄດ້ 485,9 ຕື້ຢວນເພີ່ມຂຶ້ນ28,3%; ການເຕີບໂຕດ້ານມູນຄ່າຂາອອກຫຼາຍກວ່າມູນຄ່າຂາເຂົ້າ11,1%, ສົ່ງຜົນເຮັດໃຫ້ການຂາດດຸນການຄ້າດ້ານການບໍລິການຫຼຸດລົງ 57,6% ເທົ່າກັບ 18,31 ຕື້ຢວນ, ເຊິ່ງໜ້ອຍກວ່າປີກາຍນີ້ 24,91 ຕື້ຢວນ.