ຫ້ອງການວຽກງານໄຕ້ຫວັນຂອງລັດຖະບານຈີນກ່າວວ່າ: ອາເມຣິກາຄວນດັດແກ້ຄວາມຜິດພາດທີ່ຂາຍອາວຸດໃຫ້ໄຕ້ຫວັນໃນທັນທີ

2022-04-07 18:01:35 |ມາຈາກ: CRI

ໂດຍແນໃສ່ກໍລະນີທີ່ລັດຖະບານອາເມຣິກໄດ້ຖະແຫຼງໃນວັນທີ 5 ເມສານີ້ວ່າ ຕົກລົງຈະຂາຍອາວຸດແລະການສະໜັບສະໜູນດ້ານເຕັກນິກທາງການທະຫານໃຫ້ກັບໄຕ້ຫວັນ ເຊັ່ນ: ລະບົບປ້ອງກັນທາງອາກາດ Patriot ທີ່ມີມູນຄ່າຫຼາຍກວ່າ 95 ລ້ານໂດລາ, ວັນທີ 6 ເມສານີ້, ທ່ານມາສຽວກວ່າງ ໂຄສົກຫ້ອງການວຽກງານໄຕ້ຫວັນຂອງລັດຖະບານຈີນກ່າວວ່າ: ການທີ່ອາເມຣິກາຕົກລົງຂາຍອາວຸດໃຫ້ເຂດໄຕ້ຫວັນຂອງຈີນ, ໄດ້ຝືນກັບຫຼັກການປະເທດຈີນດຽວ ແລະຂໍ້ກຳນົດທີ່ລະບຸໄວ້ໃນຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນ-ອາເມຣິກາ ໂດຍສະເພາະແມ່ນຝືນກັບຖະແຫຼງການຮ່ວມ“17 ສິງຫາ” ຢ່າງໜັກໜ່ວງທີ່ເນັ້ນໃສ່ການແກ້ໄຂບັນຫາອາເມຣິກາຂາຍອາວຸດໃຫ້ໄຕ້ຫວັນ. ອາເມຣິກາຄວນດັດແກ້ຄວາມຜິດພາດທີ່ຂາຍອາວຸດໃຫ້ໄຕ້ຫວັນໃນທັນທີ, ຢຸດສ້າງຄວາມສ່ຽງກ່ຽວກັບບັນຫາໄຕ້ຫວັນ.

ທ່ານມາສຽວກວ່າງຊີ້ໃຫ້ເຫັນວ່າ: ເຈົ້າໜ້າທີ່ພັກມີນຈີ້ນຂອງໄຕ້ຫວັນຮ່ວມກັບອິດທິກຳລັງພາຍນອກພວມທ້າທ້າຍເກາະຜິດ ສະແຫວງຫາການແບ່ງແຍກໄຕ້ຫວັນເປັນເອກະລາດ, ມີເຈດຕະນາກີດຂວາງຂະບວນການເຕົ້າໂຮມປະເທດຈີນເປັນເອກະພາບກັນດ້ວຍກຳລັງອາວຸດ, ຊື້ອາວຸດດ້ວຍເງິນທີ່ພີ່ນ້ອງໄຕ້ຫວັນພະຍາຍາມຫາມາໄດ້ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວທາງການເມືອງ, ການເຮັດຄືແນວນີ້ມີແຕ່ຈະເຮັດໃຫ້ພີ່ນ້ອງໄຕ້ຫວັນຕົກຢູ່ໃນສະພາບຫຍຸ້ງຍາກທີ່ສຸດເປັນກ້າວໆ.