ຈີນເລີ່ມນຳໃຊ້ກຳປັ່ນຕິດຕາມສຳຫຼວດລະບົບນິເວດທາງທະເລທີ່ມີນ້ຳໜັກພັນໂຕນລຳທຳອິດຢ່າງເປັນທາງການ

2022-04-08 16:36:15 |ມາຈາກ: CRI

ວັນທີ 6 ເມສານີ້, ກຳປັ່ນຕິດຕາມສຳຫຼວດລະບົບນິເວດທາງທະເລທີ່ມີນ້ຳໜັກພັນໂຕນລຳທຳອິດຂອງຈີນ ຄື “ຈົ່ງກົວຮວນຈ່ຽນເຈີ ເລກ 001 ”ໄດ້ປ່ອຍລົງທະເລຢ່າງເປັນທາງການຢູ່ທ່າກຳປັ່ນຊ່ວງຢາງ ເມືອງໂຈ່ຊ່ານ ແຂວງເຈີຈ່ຽງປະເທດຈີນ.

ຢູ່ເທິງກຳປັ່ນດັ່ງກ່າວມີຫ້ອງທົດລອງທາງວິຊາການ 4 ຫ້ອງ, ເຮັດໜ້າທີ່ເກັບຕົວຢ່າງ, ສຳຫຼວດເກັບກຳຕົວເລກທາງຟີຊິກສາດແລະເຄມີສາດຂອງທະເລທົ່ວໄປ ພ້ອມທັງວັດແທກແລະແຕ້ມແຜນທີ່ພື້ນທະເລ, ໃນນັ້ນໄດ້ຕິດຕັ້ງອຸປະກອນເກັບຕົວຢ່າງທີ່ທັນສະໄໝ, ສາມາດຕິດຕາມສຳຫຼວດທາດຕ່າງໆໃນທະເລ ແລະສຳຫຼວດສິ່ງທີ່ມີຊີວິດໃນທະເລໃນຂະນະທີ່ແລ່ນເຮືອ.