ການສົ່ງອອກພະລັງງານໄຟຟ້າຂອງປະເທດລາວໄດ້ເພີ່ມຂຶ້ນຢ່າງໜັກແໜ້ນ

2022-04-11 16:51:06 |ມາຈາກ: CRI

ຫວ່າງມໍ່ໆມານີ້, ລັດຖະບານ ສປປ ລາວ ແລະ ປະເທດໄທ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືເພື່ອເພີ່ມການຊື້-ຂາຍພະລັງງານໄຟຟ້າ, ໂດຍລະບຸວ່າ: ປະລິມານຄວາມຈຸໄຟຟ້າທີ່ປະເທດໄທຊື້ຈາກປະເທດລາວຈະເພີ່ມຂຶ້ນເປັນ 10,5 ລ້ານກິໂລວັດໂມງ. ໃນຫຼາຍປີມໍ່ໆມານີ້, ປະເທດລາວໄດ້ສຸມໃສ່ການພັດທະນາພະລັງງານໄຟຟ້າ, ນອກຈາກສາມາດຕອບສະໜອງຕາມຄວາມຕ້ອງການໃຊ້ພະລັງງານໄຟຟ້າຢູ່ພາຍໃນປະເທດແລ້ວ, ຍັງພະຍາຍາມແລະສາມາດຂະຫຍາຍການສົ່ງອອກໄປຕ່າງປະເທດອີກ.

ໜັງສືພິມ “ວຽງຈັນທາຍ” ລາຍງານວ່າ: ນັບແຕ່ປີ 2016 ຫາປີ 2020, ການສົ່ງອອກພະລັງງານໄຟຟ້າຂອງປະເທດລາວໄດ້ເພີ່ມຂຶ້ນ 145%. ອັດຕາການປະກອບສ່ວນຂອງພະລັງງານໄຟຟ້າທີ່ມີຕໍ່ GDP ຂອງປະເທດລາວໄດ້ບັນລຸຫຼາຍກວ່າ 10% ເປັນເວລາຫຼາຍປີລຽນຕິດ ແລະ ກວມຍອດປະລິມານການສົ່ງອອກປະມານ 30%. ປັດຈຸບັນ, ລາວໄດ້ສົ່ງອອກພະລັງງານໄຟຟ້າຕໍ່ຫຼາຍປະເທດອ້ອມຂ້າງ ເຊັ່ນ: ໄທ, ຫວຽດນາມ, ກຳປູເຈຍ ເປັນຕົ້ນ. ໃນນັ້ນ, ໄທເປັນຄູ່ການຄ້າພະລັງງານໄຟຟ້າໃຫຍ່ອັນດັບໜຶ່ງຂອງລາວ, ສອງຝ່າຍພວມປະຕິບັດໂຄງການສົ່ງພະລັງງານໄຟຟ້າ 8 ໂຄງການຕາມສັນຍາ. ສິງກະໂປກໍໄດ້ເຊັນຂອບສັນຍາກັບລາວເຊັ່ນກັນ ເພື່ອນຳເຂົ້າພະລັງງານໄຟຟ້ານ້ຳຕົກຂອງປະເທດລາວເຂົ້າສູ່ສິງກະໂປ ໂດຍຜ່ານຈາກໄທ ແລະ ມາເລເຊຍ.