ກະຊວງການຕ່າງປະເທດຈີນກ່າວວ່າ: ຢາພື້ນເມືອງຈີນກຳລັງໄດ້ຮັບການຍອມຮັບຈາກສາກົນນັບມື້ນັບຫຼາຍຂຶ້ນ

2022-04-11 16:56:39 |ມາຈາກ: CRI

ຫວ່າງກ່ອນນີ້ບໍ່ດົນ ອົງການອະນາໄມໂລກໄດ້ປະກາດບົດລາຍງານກ່ຽວກັບຜົນການປະເມີນຂອງນັກວິຊາການ ໂດຍໄດ້ຢືນຢັນຄວາມປອດໄພແລະປະສິດທິຜົນຂອງ ຢາພື້ນເມືອງຈີນໃນການປິ່ນປົວພະຍາດໂຄວິດ-19 ແລະສົ່ງເສີມໃຫ້ປະເທດສສະມາຊິກຂອງອົງການອະນາໄມໂລກຈົ່ງພິຈາລະນາກ່ຽວກັບຄວາມອາດເປັນໄປໄດ້ທີ່ນຳໃຊ້ຢາພື້ນເມືອງຈີນມາປິ່ນປົວພະຍາດໂຄວິດ-19 ພາຍໃນຂອບຂອງລະບົບສາທາລະນະສຸກແລະຂອບການຕິດຕາມຄຸ້ມຄອງຂອງປະເທດຕົນ.

ໃນກອງປະຊຸມຂ່າວທີ່ຈັດຂຶ້ນໃນວັນທີ 8 ເມສານີ້ ທ່ານຈ້າວລີຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນຊີ້ອອກວ່າ, ບົດລາຍງານດັ່ງກ່າວໄດ້ຢືນຢັນຢ່າງຈະແຈ້ງຕໍ່ບົດບາດຂອງ ຢາພື້ນເມືອງຈີນໃນການຕ້ານພະຍາດໂຄວິດ-19, ເຊິ່ງເປັນການສະແດງໃຫ້ເຫັນວ່າ ແພດແລະຢາພື້ນເມືອງຈີນກຳລັງໄດ້ຮັບການຍອມຮັບຈາກສາກົນນັບມື້ນັບຫຼາຍຂຶ້ນ. ຈີນຍິນດີສືບຕໍ່ຮ່ວມກັບປະເທດຕ່າງໆໃນໂລກ ແລະອົງການອະນາໄມໂລກ ເສີມຂະຫຍາຍທ່າແຮງແລະບົດບາດພິເສດຂອງຢາພື້ນເມືອງຕ່າງໆເຊິ່ງລວມທັງຢາພື້ນເມືອງຈີນ ເພື່ອປະກອບສ່ວນຂອງຕົນເອງເຂົ້າໃນການປົກປ້ອງຊີວິດແລະສຸຂະພາບຂອງປະຊາຊົນປະເທດຕ່າງໆ.