ທ່ານສີຈິ້ນຜິງຢ້ຽມຢາມສະຖາບັນຄົ້ນຄວ້າທະເລຊ່ານຢ້າມະຫາວິທະຍາໄລທະເລຈີນ

2022-04-11 16:58:00 |ມາຈາກ: CRI

ຕອນບ່າຍວັນທີ 10 ເມສາ2022 ນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໄປຢ້ຽມຢາມສະຖາບັນຄົ້ນຄວ້າທະເລຊ່ານຢ້າມະຫາວິທະຍາໄລທະເລຈີນຢູ່ນະຄອນຊ່ານຢ້າແຂວງໄຫຫຼຳ ເພື່ອຮັບຮູ້ສະພາບການພັດ ທະນາວິທະຍາສາດເຕັກໂນໂລຊີທາງດ້ານທະເລຂອງແຂວງໄຫຫຼຳ.

ແຂວງໄຫຫຼຳໄດ້ຄຸ້ມຄອງທະເລທີ່ກວມເນື້ອທີ່ທະເລທັງໝົດຂອງທົ່ວປະເທດ ຈີນເຖິງ 2/3, ເຊິ່ງມີເງື່ອນໄຂທຳມະຊາດອັນສະເພາະຕົວໃນການຄົ້ນຄວ້າພັດ ທະນາເຕັກໂນໂລຊີດ້ານຕ່າງໆເຊັ່ນ: ການລົງສູ່ທະເລເລິກ, ການສຳຫຼວດທະ ເລເລິກ,ການພັດທະນາທະເລເລິກແລະອື່ນໆ.

ທ່ານສີຈິ້ນຜິງໄດ້ໃຫ້ຄວາມສຳຄັນເປັນຢ່າງສູງຕໍ່ການສ້າງປະເທດທີ່ເຂັ້ມແຂງ ດ້ານທະເລ. ການພັດທະນາວິທະຍາສາດເຕັກໂນໂລຊີທາງດ້ານທະເລ, ເພີ່ມທະວີການຄົ້ນຄວ້າວິທະຍາສາດເຕັກໂນໂລຊີທະເລເລິກ, ຊຸກຍູ້ການສ້າງ “ທະເລອັດສະລິຍະ” ແລະສ້າງແຂວງໄຫຫຼຳໃຫ້ກາຍເປັນແຂວງທີ່ເຂ້ັມແຂງທາງ ດ້ານທະເລ ເຊິ່ງເປັນຄຳຊີ້ນຳອັນໜັກແໜ້ນຂອງທ່ານສີຈິ້ນຜິງ.

ສະຖາບັນຄົ້ນຄວ້າທະເລຊ່ານຢ້າມະຫາວິທະຍາໄລທະເລຈີນໄດ້ປິ່ນອ້ອມ “ທະເລເລິກ” ແລະ “ເຂດຮ້ອນ”, ສຸມໃສ່ຍຸດທະສາດສຳຄັນແຫ່ງຊາດແລະ ຈຸດພິເສດທີ່ຕັ້ງພູມສາດຂອງແຂວງໄຫຫຼຳ, ໄດ້ສ້າງເຄືອຂ່າຍສັງເກດວັດແທກ ແບບສາມມິຕິໄຫຫຼຳ ຄື ລະບົບສັງເກດວັດແທກທະເລໃນພາກພື້ນແບບ ກວມລວມ “ອະວະກາດ-ຟ້າ-ດິນ-ທະເລ” ທີ່ມີຂະໜາດໃຫຍ່ທີ່ສຸດໃນສາກົນ ຢູ່ແຂວງໄຫຫຼຳ, ໄດ້ເປັນຜູ້ນຳພາໃນການສ້າງສູນຖານຂໍ້ມູນໃຫຍ່ທະເລໄຫຫຼຳ, ເຊິ່ງໄດ້ເສີມຂະຫຍາຍບົດບາດສຳຄັນໃນການຮັບໃຊ້ວຽກງານດ້ານຕ່າງໆຂອງຈີນເຊັ່ນ: ຄວາມໝັ້ນຄົງແຫ່ງຊາດທາງທະເລ, ການພັດທະນາຊັບພະຍາກອນ, ການປ້ອງກັນແລະຫຼຸດຜ່ອນໄພພິບັດ, ເສດຖະກິດທະເລແລະອື່ນໆ.