ຄະນະຊ່ຽວຊານການແພດຈີນທີ່ມາຊ່ວຍເຫຼືອລາວໃນການກວດວິເຄາະ ດຳເນີນການເຄື່ອນໄຫວແລກປ່ຽນຢູ່ລາວ

2022-04-12 17:33:41 |ມາຈາກ:

ວັນທີ 8 ​ເມສາ, ຄະນະຊ່ຽວຊານການແພດຈີນທີ່ມາຊ່ວຍເຫຼືອລາວໃນການກວດວິເຄາະໄດ້ເດີນທາງໄປໂຮງໝໍມະໂຫສົດທີ່ຕັ້ງຢູ່ນະຄອນຫຼວງວຽງຈັນ, ເພື່ອແລກປ່ຽນກັບໂຮງໝໍກ່ຽວກັບການເກັບຕົວຢ່າງພະຍາດໂຄວິດ-19, ການກວດວິເຄາະ ແລະການປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19.

ໃນມື້ດຽວກັນຄະນະຊ່ຽວຊານໄດ້ສຳຫລວດສະພາບການຕ່າງໆເຊັ່ນ : ການທົດສອບຄວາມສາມາດການກວດວິເຄາະ, ອຸປະກອນ ແລະບຸກຄະລາກອນຂອງໂຮງໝໍມະໂຫສົດ. ຮອງອຳນວຍການຂອງໂຮງໝໍມະໂຫສົດໄດ້ແນະນຳສະພາບການທົ່ວໄປຂອງການກວດຫາເຊື້ອພະຍາດໂຄວິດ-19ຂອງໂຮງໝໍ, ແລະກໍໄດ້ຮຽນຮູ້ກ່ຽວກັບການປະຕິບັດງານດ້ານວິຊາການ ແລະຄວາມຄິດເຫັນຂອງຄະນະຊ່ຽວຊານຈີນ.

ຄະນະຊ່ຽວຊານການແພດຈີນທີ່ມາຊ່ວຍເຫຼືອລາວໃນດ້ານການກວດວິເຄາະຄັ້ງນີ້ມາຈາກແຂວງຢຸນນານ, ລວມມີຜູ້ຊ່ຽວຊານ6ທ່ານໃນດ້ານການກວດວິເຄາະ ແລະ ການແພດພື້ນເມືອງຈີນ. ພາຍຫຼັງຄະນະຊ່ຽວຊານໄດ້ເດີນທາງມາຮອດນະຄອນຫຼວງວຽງຈັນໃນວັນທີ7ກຸມພາ, ເຂົາເຈົ້າໄດ້ພະຍາຍາມຢ່າງເຕັມທີ່ໃນວຽກງານການຊ່ວຍເຫຼືອ, ແລະ ໄດ້ເປີດການຊ່ວຍເຫຼືອໃນການກວດຫາເຊື້ອຂອງຜູ້ໂດຍສານໃນຖ້ຽວບິນທີ່ບິນໄປປະເທດຈີນ.

ມາຈາກ ເວັບໄຊຊີນຫົວ