ໂຮງໝໍເຄື່ອນທີ່ສຸກເສີນແຫ່ງທຳອິດຂອງແຂວງຢຸນນານໄດ້ຖືກນຳໃຊ້ຢູ່ເມືອງລຸຍລີ

2022-04-12 17:44:03 |ມາຈາກ:

ວັນທີ 8​ເມສາ, ໂຮງໝໍເຄື່ອນທີ່ສຸກເສີນ (ໂຮງໝໍສະໜາມ) ແຫ່ງທຳອິດຂອງແຂວງຢຸນນານໄດ້ຖືກນຳໃຊ້ຢູ່ເມືອງລຸຍລີ. ໃນວັນດຽວກັນ, ໂຮງໝໍນີ້ໄດ້ຮັບປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19ທັງໝົດ 5 ຄົນ.ໂຮງໝໍນີ້ປະກອບມີ 170 ຫ້ອງ,ມີເນື້ອທີ່ທັງໝົດ 3.600 ກວ່າຕາແມັດແລະມີ 100 ຕຽງ.ໂຮງໝໍດັ່ງກ່າວມີອຸປະກອນການແພດຈຳນວນຫຼາຍ,ເຊິ່ງສາມາດສຳເລັດໂຄງການກວດວິເຄາະຂອງຫ້ອງທົດລອງແບບປົກກະຕິໄດ້ຢ່າງເປັນເອກະລາດ, ບັນລຸການໃຫ້ຄຳປຶກສາທາງໄກແລະການກວດແບບສອງທາງກັບໂຮງໝໍທີ່ຢູ່ເມືອງຄຸນໝິງແລະເມືອງລຸຍລີ, ສາມາດດຳເນີນການຜ່າຕັດໄດ້ແບບປົກກະຕິ, ມີຄວາມສາມາດໃນການປິ່ນປົວແມ່ຍິງຖືພາແລະຄົນເຈັບໜັກ.

ມາຈາກ ເວັບໄຊຊີນຫວາ
ນັກຂ່າວ ຫຼີນປີຝົງ