ພິທີເປີດ "ສັບປະດາແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ" ແຂວງຢຸນນານປີ 2022 ຈັດຂຶ້ນຢູ່ນະຄອນຄຸນໝິງ

2022-04-12 18:01:32 |ມາຈາກ:

ປີນີ້ເປັນປີຄົບຮອບ 6 ປີແຫ່ງການເລີ່ມຕົ້ນການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ. ໃນວັນທີ 7 ເມສານີ້, ພິທີເປີດຂອງ "ສັບປະດາແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ" ແຂວງຢຸນນານປີ 2022 ຈັດຂຶ້ນຢູ່ນະຄອນຄຸນໝິງ. "ສັບປະດາແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ" ຄັ້ງນີ້ຈະຈັດຂຶ້ນສອງທາງຄື: ທາງອອນລາຍ ແລະ ອອຝລາຍ (ການຈັດງານໃນສະຖານທີ່ຈິງ), ນັບແຕ່ເດືອນເມສາເປັນຕົ້ນໄປ, ແຂວງຢຸນນານຈະຈັດກິດຈະກຳການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ທີ່ເປັນລະບົບ 14 ກິດຈະກຳຄື ກອງປະຊຸມເວທີປາໄສ, ກອງປະຊຸມສຳມະນາວິຊາຊີບ, ການຝຶກອົບຮົມດ້ານອາຊີບ, ການແລກປ່ຽນວັດທະນະທຳ, ງານກິລາ ແລະອື່ນໆ.

ໃນປີ 2021, ຍອດມູນຄ່າການຄ້າລະຫວ່າງແຂວງຢຸນນານກັບ 5 ປະເທດແມ່ນ້ຳຂອງໄດ້ບັນລຸ 15,8 ຕື້ໂດລາ; ແຂວງຢຸນນານໄດ້ສ້າງສະຖາບັນການສຶກສາຢູ່ 5 ປະເທດແມ່ນ້ຳຂອງ 12 ແຫ່ງ, ຈຳນວນນັກສຶກສາຈາກ 5 ປະເທດແມ່ນ້ຳຂອງທີ່ລົງທະບຽນໃນມະຫາວິທະຍາໄລຢູ່ແຂວງຢຸນນານໄດ້ບັນລຸ 4340 ຄົນ; ນອກຈາກນີ້, ແຂວງຢຸນນານຍັງໄດ້ດໍາເນີນການຮ່ວມມືດ້ານຊີວິດການເປັນຢູ່ຂອງປະຊາຊົນກັບຄູ່ຕົວເມືອງມິດຕະພາບ 36 ຄູ່ ແລະ ບ້ານຊາຍແດນມິດຕະພາບ 24 ຄູ່ ເຊັ່ນ ການຫຼຸດຜ່ອນຄວາມທຸກຍາກ, ການປິ່ນປົວພະຍາດໂດຍບໍ່ເສຍຄ່າ, ການຝຶກອົບຮົມເຕັກນິກ.

ແຫຼ່ງຂ່າວ ໜັງສືພິມລາຍວັນຢຸນນານ

ນັກຂ່າວ ຮານເຊິນຢວນ