ນັບເວລາຖອຍຫຼັງຂອງຍານອະວະກາດເສີນໂຈ່ວ 13 “ກັບບ້ານ” ນັກບິນອະວະກາດເລີ່ມເຮັດອະນາໄມ

2022-04-14 17:37:11 |ມາຈາກ: CRI

ການເດີນທາງໄປເຮັດວຽກຢູ່ອະວະກາດຂອງຈຸບິນອະວະກາດເສີນໂຈ່ວ 13 ຂອງຈີນທີ່ ໄດ້ດຳເນີນມາເປັນເວລາ 6 ເດືອນຈະສິ້ນສຸດລົງແລ້ວ. ກ່ອນຈະກັບຄືນສູ່ໜ່ວຍໂລກ, ບັນດານັກບິນອະວະກາດຍັງຈະຕ້ອງເຮັດວຽກຕ່າງໆ ເຊັ່ນ ນັບຈຳນວນ ແລະເກັບມ້ຽນວັດຖຸອຸປະກອນ, ອະນາໄມ ແລະກວດແຊັກສະພາບແວດລ້ອມໃນຍານ, ຫໍ່ເຄື່ອງທີ່ຈະຖືກັບມາໂລກ, ຕັ້ງຄ່າການບິນແບບອັດຕະໂນມັດ, ກວດກາສະພາບການເຮັດວຽກຂອງຍານ, ຕິດຕາມວັດແທກສະພາບຮ່າງກາຍ ແລະວຽກງານອື່ນໆ.

ທ່ານ ໄຈຈື້ກ່າງ, ນາງ ຫວາງຢ້າຜິງ ແລະທ່ານ ເຢ້ກວ່າງຟູ້ເລີ່ມເຮັດວຽກຫຼາຍຂຶ້ນ. ເບິ່ງຜ່ານທາງວິດີໂອແລ້ວ ພວກເຮົາສາມາດເຫັນໄດ້ວ່າ ນັກບິນອະວະກາດທັງສາມທ່ານພວມຕັ້ງໃຈຫໍ່ ແລະເກັບມ້ຽນເຄື່ອງຂອງຊະນິດຕ່າງໆຢູ່ໃນໂມດູນຂອງສະຖານີອະວະກາດ ຄື ໃຊ້ເຄື່ອງດູດຂີ້ຝຸ່ນອະນາໄມທຸກພາກສ່ວນຂອງໂມດູນ ເພື່ອຫຼີກເວັ້ນບໍ່ໃຫ້ເກີດມີຈຸລິນຊີ, ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ຈຸບິນອະວະກາດຊຸດຕໍ່ໄປ.

ນອກຈາກເຮັດວຽກແລ້ວ, ນັກບິນອະວະກາດທັງສາມທ່ານຍັງໄດ້ອອກກຳລັງກາຍດ້ວຍຮູບແບບຕ່າງໆຢ່າງຫ້າວຫັນ. ທ່ານ ໄຈຈື້ກ່າງ ພວມດຶງຢາງຢືດເສັ້ນໜຶ່ງເພື່ອອອກກຳລັງກາຍ. ທ່ານນາງ ຫວາງຢ້າຜິງ ກຳລັງເຕັ້ນເຊືອກ, ທ່ານແກວ່ງ ແລະເຕັ້ນເຊືອກຢ່າງວ່ອງໄວໃນສະພາບທີ່ລອຍຕົວ, ເຮັດທ່າເຕັ້ນເຊືອກຄືກັບເຕັ້ນຢູ່ໃນໂລກ. ທ່ານ ເຢ້ກວ່າງຟູ ຢູ່ທາງຂ້າງໃຊ້ມືຖືຖ່າຍຮູບເພື່ອເປັນທີ່ລະລຶກໃຫ້ແກ່ລາວໃນທັນທີ.