ອາຊຽນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ ແຊງໜ້າສະຫະພາບເອີລົບ

2022-04-14 17:39:17 |ມາຈາກ: CRI

ວັນທີ13ເມສານີ້,ອົງການພາສີຈີນໄດ້ປະກາດຂໍ້ມູນທີ່ສະແດງໃຫ້ເຫັນວ່າ: ໃນໄຕມາດທີໜຶ່ງປີນີ້, ການຄ້າຂາເຂົ້າຂາອອກຂອງຈີນສູ່ອາຊຽນແລະສູ່ສະຫະພາບເອີລົບຕ່າງກໍ່ບັນລຸໄດ້ 1350 ຕື້ຢວນແລະ 1310 ຕື້ຢວນຕາມລຳດັບ,ອາຊຽນໄດ້ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນແຊງໜ້າສະຫະພາບເອີລົບ.

ເຖິງວ່າໃນສອງເດືອນຕົ້ນປີນີ້,ອາຊຽນເຄີຍຕາມຫຼັງສະຫະພາບເອີລົບຍ້ອນມີມູນຄ່າການຄ້າຫຼຸດລື່ນກັນປະມານ3ຕື້ຢວນກໍຕາມ,ແຕ່ການເພີ່ມທະວີດ້ານການຄ້າລະຫວ່າງຈີນກັບອາຊຽນໄດ້ມີທ່ວງທ່າໄວຂຶ້ນຕື່ມຍ້ອນສາເຫດຕ່າງໆ ເຊັ່ນ: “ສັນຍາສາຍພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນຫຼືRCEP”ມີຜົນບັງຄັບໃຊ້ຢ່າງເປັນທາງການ, ຕ່ອງໂສ້ອຸດສາຫະກຳໃນພາກພື້ນໄດ້ຟື້ນຄືນຢ່າງໝັ້ນທ່ຽງ, ຈີນໄດ້ເອົາໃຈໃສ່ນຳເຂົ້າຜະລິດຕະພັນກະສິກຳຈາກອາຊຽນໃຫ້ຫຼາຍກວ່າເກົ່າ ແລະປັດໄຈອື່ນໆ.