ຖານທີ່ຜ່ານການລົງບັນທຶກເພື່ອການສົ່ງອອກຜັກຂອງເມືອງຢີຊີບັນລຸ 15.733 ເຮັກຕາ

2022-04-15 16:20:03 |ມາຈາກ:

ມີພຽງແຕ່ຜັກທີ່ປູກຢູ່ໃນຖານທີ່ຜ່ານການລົງບັນທຶກ ຈຶ່ງສາມາດສົ່ງອອກໄດ້. ເມືອງຢີຊີແຂວງຢຸນນານມີ ຖານ 110 ແຫ່ງທີ່ໄດ້ສຳເລັດການລົງບັນທຶກເພື່ອສົ່ງອອກພືດຜັກ, ກວມເອົາເນື້ອທີ່ 15.733 ​ເຮັກຕາ, ກວມເອົາ 50% ຂອງທົ່ວແຂວງ. ເພື່ອກາຍເປັນຖານທີ່ຜ່ານການລົງບັນທຶກຕ້ອງມີເງື່ອນໄຂຈໍານວນຫຼາຍເຊັ່ນ: ມີພື້ນທີ່ທີ່ຂ້ອນຂ້າງຄົງທີ່ແລະລຽນຕິດຕໍ່ກັນ, ແລະມີລະບົບການຄຸ້ມຄອງຄວາມປອດໄພຢ່າງສົມບູນເຊັ່ນ ການຄວບຄຸມສານພິດແລະສານອັນຕະລາຍ, ການຜະລິດແລະບັນທຶກການຕິດຕາມ.ປະຈຸບັນ, ມີວິສາຫະກິດ 100 ກວ່າແຫ່ງທີ່ມີຖານທີ່ຜ່ານການລົງບັນທຶກເພື່ອການສົ່ງອອກຜັກຢູ່ເມືອງຢີຊີ.ໃນໄຕມາດທີ 1, ແຂວງຢຸນນານມີຖານທີ່ຜ່ານການລົງບັນທຶກສົ່ງອອກຜັກໃໝ່ 15 ແຫ່ງ, ໃນນັ້ນມີ 10 ແຫ່ງຢູ່ເມືອງຢີຊີ, ມີເນື້ອທີ່ 1.933 ເຮັກຕາ.
ມາຈາກ ໜັງສືພິມລາຍວັນແຂວງຢຸນນານ
ນັກຂ່າວ ພູເມີຍຫຼີນ