ຈີນໄດ້ສ້າງເຂດທົດລອງສັງລວມການຄ້າເອເລັກໂຕຣນິກຂ້າມຊາຍແດນ 132 ແຫ່ງ

2022-04-15 16:30:42 |ມາຈາກ:

ຈີນໄດ້ສ້າງເຂດທົດລອງສັງລວມການຄ້າເອເລັກໂຕຣນິກຂ້າມຊາຍແດນໃນ132ຕົວເມືອງ ແລະ ພາກພື້ນ. ອັນທີ່ເອີ້ນວ່າເຂດທົດລອງສັງລວມການຄ້າເອເລັກໂຕຣນິກຂ້າມຊາຍແດນ ແມ່ນຈຸດທົດລອງການປະຕິຮູບສັງລວມ ທີ່ສະຫນອງປະສົບການສາມາດທົດແທນໄດ້ ແລະ ສາມາດຂະຫຍາຍໄດ້ເພື່ອການສົ່ງເສີມການພັດທະນາຂອງການຄ້າເອເລັກໂຕຣນິກຂ້າມຊາຍແດນຈີນ,ໂດຍຜ່ານການປະດິດສ້າງລະບົບ, ການປະດິດສ້າງການຄຸ້ມຄອງ,ການປະດິດສ້າງການບໍລິການແລະການພັດທະນາການປະສານງານ.ຕາມສະຖິຕິຂອງດ່ານພາສີ, ນັບແຕ່ປີ2017ເປັນຕົ້ນມາ,ຂະໜາດຂອງການຄ້າເອເລັກໂຕຣນິກຂ້າມຊາຍແດນຈີນໄດ້ເພີ່ມຂຶ້ນເກືອບ10ເທົ່າໃນໄລຍະ5ປີ, ໃນປີ 2021, ຍອດມູນຄ່າການນຳເຂົ້າແລະສົ່ງອອກຂອງການຄ້າເອເລັກໂຕຣນິກຂ້າມຊາຍແດນຈີນຈະບັນລຸ 1,980 ຕື້ຢວນ,​ເພີ່ມຂຶ້ນ15%.
ມາຈາກ ໜັງສືພິມລາຍວັນປະຊາຊົນ
ນັກຂ່າວ ໂລຊານຊານ