ຍານອະວະກາດບັນທຸກຄົນເຊີນໂຈ່ວ13ໃກ້ຈະອອກຈາກສະຖານີອະວະກາດແລ້ວ

2022-04-15 17:49:13 |ມາຈາກ: CRI

ຫ້ອງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງຂ່າວວ່າ: ຍານອະວະກາດບັນທຸກຄົນເຊີນໂຈ່ວ13ໄດ້ເຮັດສຳເລັດໜ້າທີ່ທັງໝົດແລ້ວ,ແລະຈະອອກຈາກສະຖານີອະວະກາດໃນເວລາທີ່ເໝາະສົມໃນຕໍ່ໜ້ານີ້ ແລະຈະຄືນສູ່ສະຖານທີ່ລົງຈອດຕົ່ງເຟີ່ງ.

ປັດຈຸບັນ, ຈຸນັກບິນອະວະກາດຂອງຍານອະວະກາດບັນທຸກຄົນເຊີນໂຈ່ວ13ໄດ້ກຽມພ້ອມ ແລ້ວກ່ອນຈະອອກຈາກສະຖານີ, ສ່ວນສະຖານທີ່ລົງຈອດຕົ່ງເຟີ່ງແລະລະບົບທີ່ກ່ຽວຂ້ອງ ກຳລັງກະກຽມທຸກຢ່າງເພື່ອຕ້ອນຮັບນັກບິນອະວະກາດທີ່ຈະກັບຄືນສູ່ໂລກ.