ງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຈີນຄັ້ງທີ131ຈະໄຂຂຶ້ນທາງເນັດເລີ່ມແຕ່ວັນທີ15-24ເມສານີ້

2022-04-15 17:50:50 |ມາຈາກ: CRI

ວັນທີ14ເມສານີ້ ກະຊວງການຄ້າຈີນເປີດເຜີຍໃຫ້ຮູ້ວ່າ: ງານຕະຫຼາດນັດສິນຄ້າຂາເຂົ້າຂາອອກຈີນຄັ້ງ131 ຈະໄຂຂຶ້ນທາງອອນລາຍ ເຊິ່ງຈະເລີ່ມແຕ່ວັນທີ15-24ເມສານີ້.

ງານຕະຫຼາດນັດທາງເນັດຄັ້ງນີ້ ໄດ້ເພີ່ມກາສັນຍະລັກພິເສດສຳລັບວິສາຫະກິດແລະຜະລິດຕະພັນທີ່ດີເລີດ,ມີເຕັກນິກສູງແລະໃໝ່,ກາກບອນຕ່ຳແລະແບບສີຂຽວ,ຜະລິດຕະພັນອັດສະລິຍະ ແລະອື່ນໆ ເຊິ່ງຖືວ່າເປັນຄັ້ງທຳອິດ, ເພື່ອຊ່ວຍເຫຼືອຜູ້ຈັດຊື້ໃຫ້ສາມາດເລືອກຜູ້ວາງສະແດງແລະຜະລິດຕະພັນໄດ້ຢ່າງວ່ອງໄວແລະຖືກກັບເປົ້າໝາຍຂອງຕົນ, ເປັນການຍົກປະສິດທິພາບການຕິດຕໍ່ຊື້ຂາຍໃຫ້ສູງຂຶ້ນ.

ຂະນະດຽວກັນ,ຍັງໄດ້ໃຫ້ສິດດ້ານຂໍ້ມູນແກ່ຜູ້ຈັດຊື້,ເຊິ່ງຈະເຮັດໃຫ້ຝ່າຍຜູ້ຂາຍທີ່ວາງສະແດງສິນຄ້າສາມາດກວດເບິ່ງຂໍ້ມູນຂອງຜູ້ຈັດຊື້ໄດ້, ສາມາດສົ່ງນາມບັດໃຫ້ເຂົາໄດ້, ຍັງສາມາດເປັນເຈົ້າການຕິດຕໍ່ພົວພັນກັບຜູ້ຈັດຊື້ໄດ້ໂດຍກົງໃນທຸກເວລາ,ຝ່າຍຜູ້ວາງສະແດງແລະຝ່າຍຊື້ ຈະສາມາດລົມກັນແລະແລກປ່ຽນຄຳຄິດເຫັນນຳກັນໄດ້ທາງອອນລາຍຢ່າງສະດວກກວ່າເກົ່າ.