ປະທານປະເທດແຫ່ງ ສປປ ລາວເດີນທາງໄປສະຫຼອງບຸນປີໃໝ່ນຳປະຊາຊົນຢູ່ນະຄອນຫຼວງພະບາງດ້ວຍທາງລົດໄຟ

2022-04-19 17:37:57 |ມາຈາກ: CRI

ວັນທີ 16 ເມສານີ້, ທ່ານທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປ ລາວພ້ອມພັນລະຍາ ແລະ ຄະນະ ໄດ້ຂີ່ລົດໄຟຄວາມໄວສູງລາວ-ຈີນ, ເດີນທາງໄປເຖິງນະຄອນຫຼວງພະບາງ ເພື່ອເຂົ້າຮ່ວມພິທີສົງນ້ຳພະ ທີ່ຈັດຂຶ້ນຢູ່ຫໍພິພິທະພັນຫຼວງພະບາງ ໃນວັນທີ 17 ເມສານີ້.

ເຈົ້າແຂວງແຂວງຫຼວງພະບາງໄດ້ນຳພາຄະນະໃຫ້ການຕ້ອນຮັບທ່ານທອງລຸນ ສີສຸລິດຢູ່ສະຖານີລົດໄຟຫຼວງພະບາງ.