GDP ຂອງຈີນໃນໄຕມາດທີໜຶ່ງບັນລຸເຖິງ 27.017,8 ຕື້ຢວນ, ທຽບໃສ່ໄລຍະດຽວກັນຂອງປີກາຍເພີ່ມຂຶ້ນ 4,8%

2022-04-19 17:41:01 |ມາຈາກ: CRI

ຕອນເຊົ້າວັນທີ 18 ເມສານີ້, ຫ້ອງການຖະແຫຼງຂ່າວຂອງຄະນະລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ທ່ານຟູ້ລິງຮຸ່ຍ ຫົວໜ້າກົມສັງລວມສະຖິຕິເສດຖະກິດແຫ່ງຊາດທັງເປັນໂຄສົກອົງການສະຖິຕິແຫ່ງຊາດຈີນໄດ້ແນະນຳກ່ຽວກັບສະພາບການເຄື່ອນໄຫວດ້ານເສດຖະກິດຂອງຈີນໃນໄຕມາດທີໜຶ່ງປີ 2022.

ທ່ານຟູ້ລິງຮຸ່ຍ ກ່າວວ່າ: ໃນໄຕມາດທີໜຶ່ງປີນີ້, ເສດຖະກິດຈີນໄດ້ຮັກສາທ່ວງທ່າການຟື້ນຄືນຂອງການພັດທະນາແລະໄດ້ເຄື່ອນໄຫວໄດ້ຢ່າງໝັ້ນທ່ຽງໂດຍລວມ.

ທ່ານກ່າວວ່າ: ອີງຕາມຜົນສະຖິຕິເບື້ອງຕົ້ນ, ໃນໄຕມາດທີໜຶ່ງ, ລວມຍອດຜະລິດຕະພັນພາຍໃນຫຼື GDP ຂອງຈີນບັນລຸໄດ້ 27.017,7 ຕື້ຢວນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍໄດ້ເພີ່ມຂຶ້ນ 4,8%. ໃນນັ້ນຂະແໜງການກະສິກຳບັນລຸໄດ້ 1.095,4 ຕື້ຢວນ, ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍໄດ້ເພີ່ມຂຶ້ນ 6%; ຂະແໜງການອຸດສາຫະກຳບັນລຸໄດ້ 10.618,7 ຕື້ຢວນ, ເພີ່ມຂຶ້ນ 5,8%; ສ່ວນຂະແໜງບໍລິການບັນລຸໄດ້ 15.303,7 ຕື້ຢວນ, ເພີ່ມຂຶ້ນ 4%.