ສວນພືດແຫ່ງຊາດໄດ້ໄຂຂຶ້ນຢ່າງເປັນທາງການ

2022-04-19 17:59:37 |ມາຈາກ:

ວັນທີ 18 ເມສາ, ສວນພືດແຫ່ງຊາດໄດ້ໄຂຂຶ້ນຢ່າງເປັນທາງການຢູ່ປັກກິ່ງ.ປະເທດຈີນເປັນປະເທດໜຶ່ງທີ່ມີຄວາມຫຼາກຫຼາຍຂອງພືດທີ່ອຸດົມສົມບູນທີ່ສຸດໃນໂລກ,ມີພືດທີ່ເປັນສາຍພັນທີ່ຜ່ານການຕັ້ງຊື່ຫຼາຍກວ່າ 37,000 ຊະນິດ, ກວມເອົາປະມານ 1/10ຂອງຈຳນວນພືດທັງໝົດຂອງໂລກ. ສວນພືດແຫ່ງຊາດເປັນສະຖານທີ່ສັງລວມສໍາລັບການປົກປັກຮັກສາພືດແລະການຄົ້ນຄວ້າວິທະຍາສາດ, ທັງເປັນສະຖານທີ່ການເຜີຍແຜ່ວິທະຍາສາດ, ການສະແດງພືດສວນແລະສະຖານທີ່ພັກຜ່ອນທາງນິເວດ, ມັນເປັນຖານຂອງການປົກປັກຮັກສາຄວາມຫຼາກຫຼາຍຂອງພືດແຫ່ງຊາດ. ປັດຈຸບັນ, ເນື້ອທີ່ທັງໝົດຂອງສວນພືດແຫ່ງຊາດໃນແຜນການທີ່ວາງໄວ້ມີເກືອບ 600 ເຮັກຕາ, ແລະ ໄດ້ເກັບກຳພືດພັນກວ່າ 15.000 ຊະນິດ.

ມາຈາກ ໜັງສືພິມກາງຄືນປັກກິ່ງ
ນັກຂ່າວ ໄຕ້ລີ້ລີ້