ລາຍຮັບປະຊາຊົນຈີນໃນໄຕມາດທີ 1 ປີ 2022 ໄດ້ເພີ່ມຂຶ້ນຢ່າງຫມັ້ນທ່ຽງ

2022-04-19 18:02:21 |ມາຈາກ: CRI

ໃນໄຕມາດທີ 1 ປີ2022,ລາຍຮັບຂອງປະຊາຊົນຈີນໄດ້ສືບຕໍ່ເພີ່ມຂຶ້ນຢ່າງໝັ້ນທ່ຽງ. ອີງຕາມຕົວເລກທີ່ອົງການສະຖິຕິແຫ່ງຊາດຈີນປະກາດໃນວັນທີ 18 ເມສານີ້ໃຫ້ຮູ້ວ່າ:ໃນໄຕມາດທີ1,ລາຍຮັບທີ່ຈັບຈ່າຍໄດ້ຂອງປະຊາຊົນຈີນສະເລ່ຍຕໍ່ຫົວຄົນບັນລຸໄດ້ເຖິງ 10.345 ຢວນ, ເພີ່ມຂຶ້ນ 6,3%ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້.