ທ່ານສີຈິ້ນຜິງສົ່ງສານສະແດງຄວາມເຫັນໃຈເຖິງປະທານາທິບໍດີຟິລິບປິນກ່ຽວກັບເລື່ອງທີ່ຟິລິບປິນປະສົບໄພພິບັດຈາກພາຍຸໄຕ້ຝຸ່ນ

2022-04-19 18:03:33 |ມາຈາກ: CRI

ວັນທີ 17 ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ສົ່ງສານສະແດງຄວາມເຫັນໃຈເຖິງທ່ານໂຣດຣີໂກ ດູເຕີເຕ ປະທານາທິບໍດີຟິລິບປິນ ກ່ຽວກັບ ເລື່ອງທີ່ຟິລິບປິນປະສົບໄພພິບັດຈາກພາຍຸໄຕ້ຝຸ່ນ.

ໃນສານຂອງທ່ານສີຈິ້ນຜິງໄດ້ລະບຸວ່າ: ຂ້າພະເຈົ້າຮູ້ສຶກເສົ້າສະຫຼົດໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວວ່າ ຟິລິບປິນໄດ້ປະສົບກັບໄພພິບັດຈາກພາຍຸໄຕ້ຝຸ່ນ ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດ ແລະເຮັດໃຫ້ຊັບສິນເສຍຫາຍຢ່າງຫຼວງຫຼາຍ. ໃນນາມລັດຖະບານ ແລະປະຊາຊົນຈີນ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ມາຍັງຜູ້ປະສົບເຄາະຮ້າຍຈາກໄພພິບັດຄັ້ງນີ້ ພ້ອມທັງສະແດງຄວາມເຫັນອົກເຫັນໃຈມາຍັງຄອບຄົວຜູ້ປະສົບເຄາະຮ້າຍ ກໍຄືຜູ້ບາດເຈັບ. ຈີນຍິນດີໃຫ້ການຊ່ວຍເຫຼືອແກ່ຟິລິບປິນຕາມຄວາມສາມາດຂອງຕົນ. ເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງທ່ານໂຣດຣີໂກ ດູເຕີເຕ ແລະລັດຖະບານຟິລິບປິນ, ປະຊາຊົນຢູ່ເຂດປະສົບໄພຈະສາມາດຜ່ານຜ່າຄວາມຫຍຸ້ງຍາກຈາກໄພພິບັດໃນຄັ້ງນີ້ ແລະສາມາດສ້າງສາບ້ານເມືອງຂອງຕົນຄືນໃໝ່.