ທ່ານໝໍຢຸນນານນຳພາຄົນເຈັບຊຽງໄຮ້ອອກກຳລັງກາຍ ຝຶກຊ້ອມມວຍຈີນ

2022-04-20 17:44:27 |ມາຈາກ:

ວັນທີ 18 ເມສາ, ນະຄອນຊຽງໄຮ້ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 1.211 ກໍລະນີທີ່ເປັນກໍລະນີພາຍໃນທີ່ໄດ້ປິ່ນປົວເຊົາດີ ແລະ ອອກຈາກໂຮງໝໍ, ຜູ້ຕິດເຊື້ອພະຍາດໂຄວິດ-19ແຕ່ບໍ່ມີອາການມີ 22.075 ກໍລະນີ ໄດ້ຍົກເລີກການແຍກປ່ຽວ ແລະ ການສັງເກດການຈາກແພດ,ມີຄົນເຈັບຈຳນວນ 23.286 ຄົນທີ່ໄດ້ອອກຈາກໂຮງໝໍ ແລະ ໂຮງໝໍສະໜາມ, ຈຳນວນຄົນອອກຈາກໂຮງໝໍໄດ້ກາຍຈຳນວນຜູ້ຕິດເຊື້ອໃໝ່.

ໃນໂຮງໝໍສະໜາມມິດຕະພາບຊຽງໄຮ້ຢຸນນານທີ່ນະຄອນຊຽງໄຮ້,ພາຍໃຕ້ການນຳພາຂອງທ່ານ ເຢຢົງຫົວໜ້າໝໍຢາພື້ນເມືອງຈີນຂອງທີມແພດແຂວງຢຸນນານທີ່ສະໜັບສະໜູນຊຽງໄຮ້ຕໍ່ຕ້ານການແຜ່ລະບາດພະຍາດໂຄວິດ-19, ຄົນເຈັບໄດ້ຝຶກຊ້ອມມວຍຈີນເພື່ອປັບສະພາບຮ່າງກາຍ, ຜ່ອນຄາຍຈິດໃຈ, ຍົກລະດັບພູມຕ້ານທານ, ເສີມຄວາມແຂງແຮງຂອງຫົວໃຈແລະປອດ, ແລະເລັ່ງການຟື້ນຟູສຸຂະພາບ.

ມາຈາກ ເວັບໄຊຂ່າວຈີນ ເວັບໄຊຢຸນນານ