ບັນທຶກປະຈຳວັນການຕໍ່ຕ້ານການແຜ່ລະບາດພະຍາດໂຄວິດ-19| ຂ້ອຍຈະປົກປ້ອງສັດລ້ຽງຂອງເຈົ້າ

2022-04-20 17:46:01 |ມາຈາກ:

ວັນທີ 14 ເມສາ, ໃນຫ້ອງການກວດກາສຸຂະພາບສັດ ເຂດປາຍຢຸນ ເມືອງກວາງໂຈວ ທີ່ຕັ້ງຢູ່ພາກໃຕ້ຂອງຈີນ ໄດ້ເປີດສະຖານທີ່ພັກເຊົາຊົ່ວຄາວສຳລັບສັດລ້ຽງຢ່າງເປັນທາງການ, ຄາດວ່າສະຖານທີ່ແຫ່ງນີ້ຈະສາມາດລ້ຽງໝາ, ແມວ ແລະ ສັດລ້ຽງອື່ນໆປະມານ 100ໂຕ. ສະຖານທີ່ພັກເຊົາໄດ້ແຕ່ງຕັ້ງສັດຕະວະແພດມືອາຊີບສອງຄົນ ເພື່ອສະຫນອງການໃຫ້ອາຫານ, ສັງເກດການ, ການພະຍາບານ, ການຕິດຕາມສຸຂະພາບແລະການບໍລິການຄວາມປອດໄພທາງການແພດໃຫ້ແກ່ສັດລ້ຽງໃນສະຖານທີ່ພັກເຊົາ. ຖ້າການກວດ Antigen Test ຂອງສັດລ້ຽງອອກມາເປັນລົບ, ສັດລ້ຽງກໍຈະໄດ້ຮັບການຄຸ້ມຄອງເບິ່ງແຍງໂດຍສະຖານທີ່ພັກເຊົາດັ່ງກ່າວ.

ພາຍໃຕ້ສະຖານະການປົກກະຕິ,ສະຖານທີ່ພັກເຊົາຈະຮັບເອົາພຽງແຕ່ສັດທີ່ກໍລະນີເຈົ້າຂອງມີຜົນກວດໂຄວິດ-19 ເປັນບວກຢູ່ເຂດປາຍຢຸນເມືອງກວາງໂຈວ ຫຼື ຢູ່ໃນເຂດຄວບຄຸມປິດລ້ອມເຂດປາຍຢຸນເມືອງກວາງໂຈວ ຜູ້ທີ່ບໍ່ສາມາດເບິ່ງແຍງສັດລ້ຽງຂອງພວກເຂົາໄດ້, ຫຼືຕ້ອງການແຍກກັກໂຕແບບລວມສູນແຕ່ບໍ່ສະດວກໃນການນຳເອົາສັດລ້ຽງມານຳ. ສະຖານທີ່ພັກເຊົາຈະສືບຕໍ່ສະໜອງການບໍລິການເບິ່ງແຍງສັດລ້ຽງໃຫ້ແກ່ປະຊາຊົນຜູ້ທີ່ມີຄວາມຕ້ອງການ, ຈົນກວ່າເຂດຄວບຄຸມປິດລ້ອມຢູ່ເຂດປາຍຢຸນເມືອງກວາງໂຈວຈະຖືກຍົກເລີກ. ຫຼັງຈາກການປິດລ້ອມໄດ້ຖືກຍົກເລີກແລ້ວ, ເຈົ້າຂອງສັດລ້ຽງຈະຕ້ອງມາເອົາສັດກັບບ້ານພາຍໃນ 7ວັນ (ມື້ເຮັດວຽກ).

ປັດຈຸບັນ, ຕູ້ສັດລ້ຽງ 2 ຕູ້ໄດ້ຕິດຕັ້ງຢູ່ສະຖານທີ່ພັກເຊົາສຳລັບສັດລ້ຽງ, ໃນນັ້ນ 1 ຕູ້ແມ່ນສະຖານທີ່ພັກເຊົາຊົ່ວຄາວສຳລັບສັດລ້ຽງທີ່ຢູ່ໃນເຂດທີ່ຖືກຄວບຄຸມ, ມາຮອດວັນທີ 18 ໄດ້ມີສັດລ້ຽງ 12 ໂຕທີ່ຖືກມອບໃຫ້ສະຖານທີ່ແຫ່ງນີ້ເບິ່ງແຍງຄຸ້ມຄອງ, ທັງໝົດມີຜົນກວດ RT-PCR ເປັນລົບ. ສ່ວນອີກ 1 ຕູ້ຈະເປັນສະຖານທີ່ພັກເຊົາຊົ່ວຄາວສຳລັບສັດລ້ຽງທີ່ມີຜົນກວດຂອງພະຍາດໂຄວິດ-19ເປັນບວກ.



ມາຈາກ ໜັງສືພິມນານຝັງ

ນັກຂ່າວ ລົວຊານ ຈົງຊຽວຢູ ຝູເຜີ້ງ