ເວທີປຶກສາຫາລືອາຊີໂປອາວໄດ້ເປີດເຜີຍບົດລາຍງານການຄາດຄະເນ: ເສດຖະກິດອາຊີໃນປີ 2022 ຈະຂະຫຍາຍຕົວ 4,8%

2022-04-21 17:26:20 |ມາຈາກ: CRI

ຕອນເຊົ້າວັນທີ 20 ເມສານີ້, ກອງປະຊຸມປະຈຳປີ 2022 ຂອງເວທີປຶກສາຫາລືອາຊີໂປອາວ ໄດ້ຈັດກອງປະຊຸມຖະແຫຼ່ງຂ່າວຄັ້ງທຳອິດ ໂດຍໄດ້ແນະນຳວຽກງານກະກຽມກອງປະຊຸມປະຈຳປີຄັ້ງນີ້ ພ້ອມທັງໄດ້ເປີດເຜີຍບົດລາຍງານສອງສະບັບ ຄື: “ບົດລາຍງານກ່ຽວກັບອະນາຄົດ ແລະການເຊື່ອມໂຍງເຂົ້າກັນຂອງເສດຖະກິດອາຊີປີ 2022” ແລະ ”ບົດລາຍງານກ່ຽວກັບການພັດທະນາອາຊີ ແລະໂລກແບບຍືນຍົງ--ການຈັດຕັ້ງປະຕິບັດວຽກງານຫັນຮູບແບບການພັດທະນາຕາມທິດສີຂຽວອາຊີປີ 2022”.

ບົດລາຍງານໄດ້ລະບຸວ່າ: ໃນປີ 2022, ເສດຖະກິດອາຊີຍັງຈະຢູ່ໃນຂະບວນການຟື້ນຟູ, ແຕ່ອັດຕາການເຕີບໂຕອາດຈະຫຼຸດລົງໃນລະດັບໃດໜຶ່ງ. ກ່ອນໜ້ານີ້, ອົງການກອງທຶນເງິນຕາສາກົນ ຫຼື IMF ໄດ້ຄາດຄະເນວ່າ: ອັດຕາການເຕີບໂຕ ຂອງ GDP ອາຊີຈະຢູ່ໃນລະດັບ 5,2% ເຊິ່ງໄດ້ຫຼຸດລົງ 1,2% ເມື່ອທຽບກັບປີ 2021. ບົດລາຍງານເຫັນວ່າ: ໃນປີ 2022, ຈັງຫວະການເຕີບໂຕຂອງເສດຖະກິດອາຊີຄາດວ່າຈະຢູ່ໃນລະດັບ 4,8% ເຊິ່ງອາດຈະຕ່ຳກວ່າຕົວເລກທີ່ IMF ເຄີຍຄາດຄະເນໄວ້.