ທ່ານຢ໋າງເຈຍສືຕ້ອນຮັບການເຂົ້າຢ້ຽມຄຳນັບຂອງເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສປ ຈີນ

2022-04-21 17:37:11 |ມາຈາກ: CRI

ວັນທີ 20 ເມສາ 2022, ຢູ່ນະຄອນຫຼວງປັກກິ່ງ, ທ່ານຢ໋າງເຈຍສື ກຳມະການກົມການເມືອງສູນກາງພັກ, ຫົວໜ້າຫ້ອງການຄະນະກຳມະການວຽກງານການຕ່າງປະທເດຂອງສູນກາງຈີນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ສປປ ລາວປະຈຳ ສປ ຈີນ.

ທ່ານຢ໋າງເຈຍສືກ່າວວ່າ: ສາຍພົວພັນຈີນ-ລາວໝັ້ນຄົງຂະໜົງແກ່ນ ແລະ ປະຊາຊົນສອງຊາດມີຄວາມເຂົ້າໃຈເຊິ່ງກັນແລະກັນ, ສອງປະເທດໄດ້ກ້າວເຂົ້າສູ່ຍຸກໃໝ່ຍຸກແຫ່ງການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ. ພາຍຫຼັງເປີດນຳໃຊ້ທາງລົດໄຟລາວ-ຈີນແລ້ວ, ເຫັນວ່າມີປະສິດທິພາບທີ່ດີ, ສອງຝ່າຍໄດ້ໃຫ້ການສະໜັບສະໜູນເຊິ່ງກັນແລະກັນຢ່າງແໜ້ນໜຽວໃນບັນຫາຜົນປະໂຫຍດໃຈກາງຂອງແຕ່ລະຝ່າຍ. ສອງຝ່າຍຄວນສືບຕໍ່ຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນທີ່ສຳຄັນທີ່ຜູ້ນຳສອງປະເທດເຫັນດີນຳກັນ, ຍົກລະດັບແລະຄຸນນະພາບການຮ່ວມມືດ້ານເສດຖະກິດການຄ້າ, ຊຸກຍູ້ການຮ່ວມມືໃນຂົງເຂດຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19, ລວມທັງຊຸກຍູ້ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ວັດທະນະທຳ ແລະ ຂົງເຂດອື່ນໆ ໃຫ້ປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າ.

ທ່ານນາງຄຳເພົາ ເອີນທະວັນໄດ້ສະແດງຄວາມຂອບໃຈຢ່າງສູງນຳປະເທດຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າແກ່ຝ່າຍລາວ ໃນການຕ້ານກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການພັດທະນາເສດຖະກິດສັງຄົມ ແລະ ທ່ານກ່າວວ່າ: ລາວໄດ້ຍຶດໝັ້ນການສະໜັບສະໜູນຫຼັກໝັ້ນທີ່ເປັນທຳຂອງຈີນ ໃນຜົນປະໂຫຍດໃຈກາງ ແລະ ບັນຫາສາກົນທີ່ສຳຄັນ, ຫວັງວ່າຈະສືບຕໍ່ຮ່ວມກັບຝ່າຍຈີນຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ລາວຈະຕັ້ງໜ້າຊຸກຍູ້ການພັດທະນາສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຈີນ-ອາຊຽນໃຫ້ດີ.