ຈີນເຜີຍແຜ່ປຶ້ມປົກຂາວ “ຊາວໜຸ່ມຈີນໃນຍຸກໃໝ່”

2022-04-22 18:10:03 |ມາຈາກ: CRI

ວັນທີ 21 ເມສານີ້, ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນໄດ້ເຜີຍແຜ່ປຶ້ມປົກຂາວ “ຊາວໜຸ່ມຈີນໃນຍຸກໃໝ່”. ຕາມຂ່າວແຈ້ງວ່າ: ນີ້ເປັນຄັ້ງທຳອິດທີ່ຈີນໄດ້ເຜີຍແຜ່ປຶ້ມປົກຂາວກ່ຽວກັບຊາວໜຸ່ມເປັນການສະເພາະ. ປຶ້ມປົກຂາວໄດ້ແນະນຳເງື່ອນໄຂທີ່ດີທີ່ພັກແລະລັດຖະບານຈີນສະໜອງໃຫ້ແກ່ການພັດທະນາວຽກງານຊາວໜຸ່ມ ແລະ ຜົນສຳເລັດອັນໃຫຍ່ຫຼວງທີ່ຈີນໄດ້ຮັບໃນດ້ານນີ້ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຂະບວນການໃໝ່ໃນການສູ້ຊົນຜ່ານຜ່າຂອງຊາວໜຸ່ມຈີນໃນຍຸກໃໝ່ ແລະ ນ້ຳໃຈຮັບຜິດຊອບຂອງຊາວໜຸ່ມ ເພື່ອສ້າງພາລະກິດໃນຍຸກໃໝ່, ນີ້ເປັນເອກະສານສຳຄັນ ທີ່ສ່ອງແສງໃຫ້ເຫັນເຖິງພາບພົດແລະຈິດໃຈຂອງຊາວໜຸ່ມຈີນໃນຍຸກໃໝ່.