ທ່ານສີຈິ້ນຜິງສົ່ງສານຊົມເຊີຍເຖິງພິທີສະເຫຼີມສະຫຼອງການຄົ້ນພົບສານອາເຕມີຊີນິນຄົບຮອບ50ປີ ແລະເວທີປຶກສາຫາລືສາກົນວ່າດ້ວຍການຮ່ວມກັນສ້າງປະຊາຄົມສາທາລະນະສຸກຂອງມວນມະນຸດ

2022-04-25 17:33:10 |ມາຈາກ: CRI

ວັນທີ 25 ເມສາ 2022, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສົ່ງສານ ຊົມເຊີຍເຖິງພິທີສະເຫຼີມສະຫຼອງການຄົ້ນພົບສານອາເຕມີຊີນິນ(artemisinin)ຄົບຮອບ50ປີ ແລະເວທີປຶກສາຫາລືສາກົນວ່າດ້ວຍການປະກອບສ່ວນ ເພື່ອຮ່ວມກັນສ້າງ ປະຊາຄົມສາທາລະນະສຸກຂອງມວນມະນຸດ.

ສານຊົມເຊີຍຂອງທ່ານສີຈິ້ນຜິງໄດ້ຊີ້ໃຫ້ເຫັນວ່າ: ສານອາເຕມີຊີນິນແມ່ນຈີນ ຄົ້ນພົບເປັນຜູ້ທຳອິດແລະປະສົບຜົນສຳເລັດໃນການສະກັດສານດັ່ງກ່າວ ເປັນຢາວິເສດປົວພະຍາດໄຂ້ມາເລເຣຍ, ນັບແຕ່ຄົ້ນພົບເປັນເວລາ 50 ປີມານີ້, ສານອາເຕມີຊີນິນໄດ້ຊ່ວຍປະເທດຈີນກຳຈັດພະຍາດໄຂ້ມາເລເຣຍໄດ້ຢ່າງສິ້ນເຊີງ, ພ້ອມດຽວກັນນັ້ນ, ຈີນຍັງໄດ້ນຳໃຊ້ຫຼາຍວິທີເຊັ່ນ: ການສະຫນອງຢາປົວພະຍາດ, ການຊ່ວຍເຫຼືອດ້ານເຕັກນິກ, ການຊ່ວຍ ເຫຼືອສ້າງສູນຕ້ານພະຍາດໄຂ້ມາເລເຣຍ, ການຝຶກອົບຮົມພະນັກງານແລະອື່ນໆ ໃຫ້ກັບໂລກໂດຍໄດ້ເຜີຍແຜ່ການນຳໃຊ້ສານອາເຕມີຊີນິນຢ່າງຕັ້ງຫນ້າ, ເຊິ່ງສາມາດຊ່ວຍຊີວິດຂອງປະຊາຊົນໃນໂລກໄດ້ເປັນລ້ານໆຄົນໂດຍສະເພາະແມ່ນປະເທດພວມພັດທະນານັບ, ແລະໄດ້ປະກອບສ່ວນອັນສຳຄັນເຂົ້າໃນ ການປ້ອງກັນແລະປິ່ນປົວພະຍາດໄຂ້ມາເລເຣຍໃນທົ່ວໂລກແລະປ້ອງກັນ ສຸຂະພາບຂອງມວນມະນຸດ.

ສານຊົມເຊີຍຂອງທ່ານສີຈິ້ນຜິງຍັງເນັ້ນຫນັກວ່າ: ຈີນຍິນດີຮ່ວມກັບປະຊາ ຄົມໂລກ, ຮ່ວມມືແລະແລກປ່ຽນບົດຮຽນນຳກັນຢ່າງໃກ້ຊິດໃນການຂົງເຂດສາທາລະນະສຸກ, ຈັບມືກັນເພື່ອຮັບມືກັບໄພຂົ່ມຂູ່ແລະສິ່ງທ້າທາຍຕ່າງໆໃນໂລກ, ຊຸກຍູ້ການຮ່ວມ ກັນສ້າງປະຊາຄົມສາທາລະນະສຸກຂອງມວນມະນຸດ, ປະກອບສ່ວນຫຼາຍ ກວ່າເກົ່າເຂົ້າໃນການປ້ອງກັນສຸຂະພາບຂອງປະຊາຊົນບັນດາປະເທດ.