ສູນຂໍ້ມູນແລະການນຳໃຊ້ດາວທຽມເພື່ອການຮ່ວມມືສາກົນໄດ້ຮັບການສ້າງຕັ້ງຂຶ້ນຢູ່ແຂວງໄຫຫຼຳ ສປ ຈີນ

2022-04-25 17:33:45 |ມາຈາກ: CRI

ຕອນເຊົ້າວັນທີ 24 ເມສາ2022ນີ້ໄດ້ຈັດພິທີເປີດກິດຈະກຳ “ວັນການບິນ ອະວະກາດຈີນ”ທາງອອນລາຍປະຈຳປີ 2022 ໂດຍການຮ່ວມກັນເປັນເຈົ້າພາບ ລະຫວ່າງກະຊວງອຸດສາຫະກຳແລະເຕັກໂນໂລຊີຂໍ້ມູນຂ່າວສານຈີນ ອົງການການບິນອະວະກາດແຫ່ງຊາດຈີນແລະອົງການປົກຄອງແຂວງໄຫຫຼຳ ສປ ຈີນ. ໃນພິທີ,ອົງການການບິນອະວະກາດແຫ່ງຊາດຈີນໄດ້ປະກາດສ້າງຕັ້ງ “ສູນຂໍ້ມູນ ແລະການນຳໃຊ້ດາວທຽມເພື່ອການຮ່ວມມືສາກົນຂອງອົງການການບິນອະວະ ກາດແຫ່ງຊາດຈີນ”,“ສູນຂໍ້ມູນແລະການນຳໃຊ້ດາວທຽມສຳຫຼວດທາງໄກ(ສປຈີນ)ສຳລັບກຸ່ມປະເທດບຣິກສ”ຂຶ້ນຢ່າງເປັນທາງການ.ໃນຕໍ່ໜ້ານີ້,ປະເທດຈີນຍັງຈະ ສືບຕໍ່ຖືເອົາທ່າທີເປີດປະຕູຢ່າງຕັ້ງໜ້າ,ຮ່ວມມືກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໃນຂົງເຂດອະວະກາດ.

ການຊອກຮູ້ອະວະກາດແມ່ນຄວາມຝັນຮ່ວມກັນຂອງທົ່ວມວນມະນຸດ,ລັດຖະ ບານຈີນໄດ້ສຸມໃສ່ການນຳໃຊ້ອະວະກາດໃນທາງສັນຕິຢ່າງສະເໝີຕົ້ນສະເໝີປາຍ.ທ່ານຈ່າງເຄີິ້ຈຽນ ຫົວໜ້າອົງການການບິນອະວະກາດແຫ່ງຊາດຈີນໄດ້ກ່າວວ່າ:

“ອົງການການບິນອະວະກາດແຫ່ງຊາດຈີນຈະຍືດຖືແນວຄວາມຄິດສັນຕິພາບ ແລະການຮ່ວມມືທີ່ສະເໝີພາບ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ການນຳໃຊ້ ອະວະກາດໃນທາງສັນຕິ ຍຶດໝັ້ນໃນຫຼັກການສັນຕິພາບແລະການຮ່ວມມືໃນການ ພັດທະນາແບບມີສ່ວນຮ່ວມ,ເພື່ອປະກອບສ່ວນຫຼາຍກວ່າເກົ່າເຂົ້າໃນການຊອກຮູ້ອະວະກາດ, ເຮັດໃຫ້ປະຊາຊົນມີຄວາມສຸກຫຼາຍຂຶ້ນ,ສ້າງຄວາມສິວິໄລແລະ ຄວາມກ້າວໜ້າໃຫ້ມວນມະນຸດ.ຮ່ວມມືກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດໃນຂົງເຂດອະວະກາດ. ”