ທ່ານສີຈິ້ນຜິງໄປຢ້ຽມຢາມມະຫາວິທະຍາໄລປະຊາຊົນຈີນ

2022-04-25 17:40:05 |ມາຈາກ: CRI

ເນື່ອງໃນໂອກາດວັນທີ 4 ພຶດສະພາ ເຊິ່ງແມ່ນວັນຊາວໜຸ່ມຈີນໃກ້ຈະໝູນວຽນມາເຖິງ, ຕອນເຊົ້າວັນທີ 25 ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ໄປຢ້ຽມຢາມມະຫາວິທະຍາໄລປະຊາຊົນຈີນ. ທ່ານໄດ້ຢ້ຽມຊົມຫ້ອງຮຽນອັດສະລິຍະສຳລັບວິຊາການເມືອງແນວຄິດ, ຫໍພິພິທະພັນ ແລະຫໍສະໝຸດ ເພື່ອຮັບຮູ້ສະພາບການຊຸກຍູ້ການປະຕິຮູບແລະການປະດິດສ້າງກ່ຽວກັບຫຼັກສູດການສຶກສາວິຊາການເມືອງແນວຄິດ, ປະຫວັດສາດຄວາມເປັນມາ, ຜົນງານການສຶກສາແລະການຄົ້ນຄວ້າວິທະຍາສາດຂອງໂຮງຮຽນ, ການເພີ່ມທະວີການຮັກສາແລະນຳໃຊ້ເອກະສານແລະປື້ມບູຮານ, ການຊຸກຍູ້ຜົນການຄົ້ນຄວ້າດ້ານທິດສະດີເພື່ອນຳໃຊ້ໃນຕົວຈິງໃຫ້ເກີດມີປະສິດທິຜົນ ແລະອື່ນໆ ພ້ອມທັງໄດ້ເປັນປະທານຈັດກອງປະຊຸມສຳມະນາຮ່ວມກັບຜູ້ຕາງໜ້າອາຈານແລະນັກສຶກສາ.