ປະເທດຈີນໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຮ່ວມມືຕ້ານການແຜ່ລະບາດຂອງພະຍາດໃນທົ່ວໂລກ

2022-04-26 19:18:50 |ມາຈາກ: CRI

ວັນທີ 25 ເມສາ 2022ນີ້,ທ່ານຫວາງຢີ້ ທີ່ປືກສາແຫ່ງລັດ ທັງເປັນ ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງການ ຄົ້ນພົບສານອາເຕມີຊີນິນຄົບຮອບ 50 ປີແລະເວທີປຶກສາຫາລືສາກົນວ່າດ້ວຍ ການປະກອບສ່ວນເພື່ອຮ່ວມກັນສ້າງປະຊາຄົມສາທາລະນະສຸກຂອງມວນມະນຸດ,ໂດຍທ່ານໄດ້ອ່ານຊົມເຊີຍຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ພ້ອມທັງໄດ້ ກ່າວຄຳປາໄສ.

ທ່ານຫວາາງຢີ້ກ່າວວ່າ:ບໍ່ວ່າຈະແມ່ນພະຍາດຊາສຫຼືການແຜ່ລະບາດຂອງ ພະຍາດອີໂບຣາ,ປະຊາຊົນຈີນໄດ້ຢືນຄຽງຂ້າງປະຊາຊົນບັນດາປະເທດໃນໂລກ ມາໂດຍຕະຫຼອດ,ໂດຍສະເພາະແມ່ນເວລາປະເຊີນກັບສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢ່າງຮ້າຍແຮງທີ່ສຸດໃນຮອບ 100 ປີ,ປະເທດຈີນໄດ້ ນຳໜ້າດຳເນີນການເຄື່ອນໄຫວສຸກເສີນດ້ານມະນຸດສະທຳທີ່ມີຂະໜາດໃຫຍ່ກວ່າໝູ່.ນັບມາຮອດປັດຈຸບັນ,ປະເທດຈີນໄດ້ຊ່ວຍເຫຼືອເຄື່ອງແລະວັດຖຸຕ້ານພະຍາດ ໂຄວິດ-19 ຫຼາຍຮ້ອຍຕື້ອັນໃຫ້ 153 ປະເທດແລະອົງການຈັດຕັ້ງສາກົນ 15 ແຫ່ງ,ໄດ້ສະໜອງວັກຊິນ 2,2 ຕື້ຫຼອດໃຫ້ກັບ 120 ກວ່າປະເທດແລະ ອົງການຈັດຕັ້ງສາກົນ,ໄດ້ສົ່ງທີມງານຜູ້ຊ່ຽວຊານການແພດ 37 ທີມໄປ 34 ປະເທດ,ໄດ້ແບ່ງປັນບົດຮຽນດ້ານການປ້ອງກັນແລະຄວບຄຸມພະຍາດໂຄວິດ-19 ໃຫ້ກັບ 180 ກວ່າປະເທດແລະອົງການຈັດຕັ້ງສາກົນ.ປະເທດຈີນໄດ້ນຳໜ້າ ເຕົ້າໂຮມຄວາມສາມັກຄີແລະເພີ່ມຄວາມຫວັງໃຫ້ກັບການຮ່ວມມືຕ້ານພະຍາດໃນທົ່ວໂລກດ້ວຍການກະທຳຕົວຈິງ.