ມາ​​ເບິ່ງ "ສວນ​ປູກພືດອາ​ວະ​ກາດ" ໃນປະເທດຈີນ

2022-04-27 18:51:36 |ມາຈາກ:

ຕົ້ນ​ດຽວ​ມີ​ຕົ້ນ​ໝາກ​ເລັ່ນ​ຫຼາຍ​ກວ່າ 3000 ກິໂລ, ໃຫ້​ຜົນ​ຜະ​ລິດ​ມັນ​ຕົ້ນ​ຫວານ​ກວ່າ​ 600 ກິໂລ, ແລະ ​ຫມາກອຶ 200 ກວ່າ​ກິໂລ ຕໍ່ປີ... ບັນດາ​ແນວ​ພັນ​ຜັກ​ປະດັບ​ທີ່​ດີ​ເດັ່ນ​ເຫລົ່ານີ້ ​ໄດ້​ປະກົດ​ຕົວ​ໃນ​ວັນ​ທີ 20 ​ເມສາ​ ນີ້​ໃນ​ງານ “ດິນແດນແຫ່ງພືດຜັກຈີນ“ ໃນ​ງານ​ວາງສະ​ແດງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຜັກ​ສາກົນ​ຈີນ ຄັ້ງ​ທີ 23 ​ທີ່ຈັດ​ຂຶ້ນ​ຢູ່​ເມືອງໂສ້ກວາງ ແຂວງ ຊານຕົງ(Shouguang City, Shandong Province).

ສິ່ງທີ່ຫນ້າປະຫລາດໃຈກວ່ານັ້ນກໍ່ຄື ນອກຈາກແນວພັນເຫຼົ່ານີ້, ທ່ານຍັງສາມາດໄດ້ເຫັນ "ສວນອາວະກາດ" ທີ່ເປີດຕົວຄັ້ງທຳອິດທີ່ນີ້ , ແລະຮຽນຮູ້ກ່ຽວກັບ "ການເດີນທາງທ່ອງອະວະກາດ" ຂອງເຫລົ່າພືດຜັກຕ່າງໆ.

ຫໍວາງສະແດງພືດຜັກ ເລກທີ 10 ໄດ້ສ້າງ " ແຄບຊູນອະວະກາດ " ຂຶ້ນ 2 ແຫ່ງ , ນຳໃຊ້ "ຮູບແບບການປູກຜັກແບບຈຳລອງອາວະກາດ" ເພື່ອຈຳລອງສະພາບແວດລ້ອມໃນຈັກກະວານ ເພື່ອປູກຜັກ.

"ແຄບຊູນອາວະກາດ" 2 ແຫ່ງ ຈຳລອງສະພາບແວດລ້ອມພິເສດເຊັ່ນ: ການແຜ່ລັງສີທີ່ຮຸນແຮງ, ສະພາວະໄຮ້ນ້ຳຫນັກ , ສະພາວະສູນຍາກາດສູງ, ແລະ ສະຫນາມແມ່ເຫຼັກ ກະແສສະຫລັບ ໃນຈັກກະວານອາວະກາດ. "ຮູບແບບການປູກຜັກແບບຈຳລອງອາວະກາດ" ນໍາໃຊ້ເຕັກໂນໂລຊີຢ່າງເຕັມຮູບແບບ ເຊັ່ນ: ການເສີມແສງທຽມ, ການປູກຝັງທີ່ບໍ່ໃຊ້ດິນ, ແລະ ເຕັກນິກການຄວບຄຸມສິ່ງແວດລ້ອມແບບອັດສະລິຍາ ເພື່ອຈໍາລອງສະພາບການເຕີບໂຕຂອງພືດ ທີ່ຕ້ອງການນ້ຳ, ແສງແດດ, ອຸນຫະພູມ ແລະ ຄວາມຊຸ່ມຊື່ນທີ່ຈໍາເປັນຕໍ່ການຈະເລີນເຕີບໂຕຂອງພືດ, ເຊິ່ງເພື່ອສະແດງໃຫ້ເຫັນວ່າ ພາຍໃຕ້ເງື່ອນໄຂທີ່ມີຂີດຈຳກັດໃນອາວະກາດ, ພືດຜັກມີວິທີການຈະເລີນເຕີບໂຕແນວໃດ.

ນອກຈາກ​ການ​ຈຳ​ລອງ​ຮູບ​ແບບ​ການ​ປູກ​ຝັງ​ໃນ​ອາ​ວະ​ກາດ​ແລ້ວ, ພືດ​ຜັກ​ຊະນິດ​ໃໝ່​ທີ່ເຄີຍ​ຂຶ້ນ​ສູ່​ອາ​ວະ​ກາດຕົວຈິງ ​ຍັງຈະ​ໄດ້​ຮັບ​ການ​ປູກ​ຈິງ​ໃນ​ຫໍ​ວາງສະ​ແດງ​ຜັກ​ຜັກຄັ້ງ​ທີ 10 ນີ້. ແນວພັນພືດອາວະກາດມີຈຸດໂດດເດັ່ນຫຼາຍຢ່າງ. ການປະສົມພັນພືດທົ່ວໄປໃຊ້ເວລາ 8 ປີ, ໃນຂະນະທີ່ການຂະຫຍາຍພັນພືດອາວະກາດ ໃຊ້ເວລາພຽງແຕ່ 4 ຫາ 5 ປີເທົ່ານັ້ນ, ເຮັດໃຫ້ໄລຍະເວລາການປະສົມພັນ ສັ້ນລົງຢ່າງຫຼາຍ.

ປີ 1987, ຈີນ​ໄດ້​ສົ່ງ​ເຂົ້າ, ໝາກ​ເຜັດ ແລະ ​ພືດຜັກ​ອື່ນໆ​ຂຶ້ນ​ສູ່​ອາວະກາດ​ເປັນ​ຄັ້ງ​ທຳ​ອິດ , ​ໂດຍ​ເລີ່​ມດຳ​ເນີນ​ການ​ສຳ​ຫຼວດ​ ການຂະຫຍາຍພັນ​ໃນອາວະກາດ. ​ໃນ​ໄລຍະ 30 ປີ​ທີ່​ຜ່ານ​ມາ, ຈີນ​ໄດ້​ ​ນຳສົ່ງເມັດ​ພືດ, ສາຍ​ພັນ​ ແລະ ​ເບ້ຍ​ທໍ່​ທົດ​ລອງ 30 ກວ່າ​ຄັ້ງເພື່ອ ດຳ​ເນີນ​ການ​ທົດ​ລອງ, ​ມີການເພາະລ້ຽງ​ສາຍ​ພັນ​ໃໝ່ ​ແລະ ​ສາຍ​ພັນ​ອາວະກາດ​ເກືອບ 1 ພັນ​ຊະນິດ.