“ທະນາຄານຂີ້ງົວ”ຊ່ວຍພັດທະນາຊົນນະບົດ.

2022-04-27 18:55:06 |ມາຈາກ:

ໃນເດືອນສິງຫາປີ 2020 ທ່ານ ຫວາງ ຫາຍຫລົງ(Wang Hailong), ຫົວຫນ້າຫ້ອງການລົບລ້າງຄວາມທຸກຍາກຂອງຫມູ່ບ້ານຊວນໂຂ ເມືອງຊີຈີ ເຂດຊິນຫລົງ ນະຄອນຫນິງເຊ່ຍ ເຂດປົກຄອງຕົນເອງຊົນເຜົ່າຮຸຍ ໜິງເຊ້ຍ(Chuankou village, Xinglong Town, Xiji County, NingXia Hui Autonomous Region), ໄດ້ເລີ່ມທຸລະກິດລົງມືຜະລິດປຸຍຊີວະພາບຈາກຂີ້ງົວ.


ປົກກະຕິແລ້ວ, ຂີ້ງົວ 1 ແມັດກ້ອນສາມາດປ່ຽນເປັນເງິນໄດ້ 40 ຢວນ ຫລືວ່າ 0,5 ແມັດກ້ອນຕໍ່ປຸຍຊີວະພາບ. ດ້ວຍເຫດນີ້ "ການເຂົ້າເຖິງ"ກໍມີຄວາມສະດວກສະບາຍຫລາຍ, ໃຜໆກໍພາກັນເອີ້ນສະຖານທີ່ນີ້ວ່າ:"ທະນາຄານຂີ້ງົວ".

ໃນຊ່ວງ 2-3 ປີທີ່ຜ່ານມາ, ຊາວສວນໃນທ້ອງຖິ່ນໄດ້ອອກແຮງພັດທະນາອຸດສາຫະກຳການລ້ຽງງົວ, ປີກາຍນີ້ ໃນເມືອງນີ້ສາມາດລ້ຽງງົວໄດ້ເຖິງ 55000 ໂຕ, ຈໍານວນຊາວສວນທີ່ລ້ຽງມີຫລາຍກວ່າ 5200 ຄອບຄົວ, ເຮັດໃຫ້ກາຍເປັນເມືອງທີ່ມີຊື່ສຽງໃນດ້ານການເພາະພັນ-ລ້ຽງ. ໂຮງຈັກໂຮງງານອຸດສາຫະກຳພັດທະນາຂື້ນແລ້ວ, ການຈັດການກັບຂີ້ງົວຈຶ່ງກາຍເປັນບັນຫາໃຫມ່.

ນັບຕັ້ງແຕ່ມີ:"ທະນາຄານຂີ້ງົວ"ເປັນຕົ້ນມາ, ຫລາຍໆຄອບຄົວອ້ອມຂ້າງທີ່ລ້ຽງງົວກໍໄດ້ນໍາໄປເກັບແຍກໄວ້, ເມື່ອຮອດຍາມຢາກໃຊ້ປຸຍ, ກໍນໍາໄປປ່ຽນເປັນປຸຍຊີວະພາບ. ໃນຂັ້ນຕອນການນໍາໃຊ້ປຸຍຊີວະພາບ, ມັນສາມາດຂ້າພະຍາດໄຂ່ແມງໄມ້ ແລະ ເມັດຫຍ້າໃນຂີ້ງົວໄດ້, ຍັງເຮັດໃຫ້ຂີ້ງົວມີປະສິດທິພາບສູງຂຶ້ນ, ເຮັດໃຫ້ດິນມີປະສິດທິຜົນດີຂຶ້ນ. "ທະນາຄານຂີ້ງົວ" ຍັງໃຫ້ບໍລິການກວດວັດດິນ, ອີງໃສ່ເນື້ອທີ່ຄາດໄຖ ແລະ ພືດພັນໃນການເພາະປູກທີ່ຕ່າງກັນກໍຕ້ອງນໍາໃຊ້ປຸຍທີ່ຕ່າງກັນ.

ປັດຈຸບັນ"ທະນາຄານຂີ້ງົວ"ແຫ່ງນີ້, ໃນແຕ່ລະປີສາມາດນໍາເອົາຂີ້ງົວກວ່າ 6ຫມື່ນແມັດກ້ອນມາປ່ຽນເປັນສົມບັດຢ່າງອື່ນໄດ້, ສາມາດຂັບເຄື່ອນຊາວສວນອ້ອມໆຂ້າງກວ່າ 1000ຄອບຄົວໃຫ້ຫັນມາປູກຝັງລ້ຽງສັດ, ແລກປ່ຽນ ແລະ ການນໍາໃຊ້ປຸຍຊີວະພາບ, ນອກຈາກສິ່ງທີ່ກ່າວມາແລ້ວ, ຍັງມີຄົນຈໍານວນຫນຶ່ງໃຊ້ປຸຍຊີວະພາບມາເຮັດເປັນຜະລິດຕະພັນເພື່ອຈໍາຫນ່າຍເປັນສິນຄ້າ, ເຊິ່ງໄດ້ຮັບການຍອມຮັບຈາກລູກຄ້າເປັນຈໍານວນຫລວງຫລາຍຢູ່ໃນທ້ອງຖິ່ນແລະແຂວງອ້ອມຂ້າງ, ໃນແຕ່ລະປີສາມາດສ້າງກຳໄລເກືອບ100ລ້ານຢວນ.

ຮູບແບບທຸລະກິດຂອງ"ທະນາຄານຂີ້ງົວ"ບໍ່ພຽງແຕ່ເອື້ອອຳນວຍຕໍ່ການປູກຝັງແລະລ້ຽງສັດໃນຊົນນະບົດເທົ່ານັ້ນ, ແຕ່ຍັງຊ່ວຍຫລຸດຜ່ອນການນໍາໃຊ້ປຸຍເຄມີ, ການປ້ອງກັນແລະການຮັກສາມົນລະພິດທາງກະສິກຳ ແລະ ການປັບປຸງສະພາບແວດລ້ອມໃນຊົນນະບົດແລະວຽກງານອື່ນໆ, ຜົນປະໂຫຍດທາງເສດຖະກິດ, ຜົນປະໂຫຍດທາງລະບົບນິເວດ ແລະ ຜົນປະໂຫຍດທາງດ້ານສັງຄົມຕ່າງກໍມີຄວາມໂດດເດັ່ນຢ່າງຊັດເຈນ. ທ່ານ ຫວາງຈຶຢູຍ(Wang Zhiyu) ເລຂາທີການ ຄະນະກຳມະການພັກເມືອງ ຊິນຫລົງກ່າວວ່າ, "ທະນາຄານຂີ້ງົວ" ຫາກໍລິເລີ່ມສ້າງມາໄດ້ບໍ່ຮອດ2ປີກໍໄດ້ຮັບການພັດທະນາຕົວຢ່າງວ່ອງໄວ ເຊິ່ງເປັນສັນຍານອັນດີມີແນວໂນ້ມທີ່ດີຂື້ນ.