ເປີດໂຄງການຊ່ວຍເຫຼືອກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານລາວຢ່າງເປັນທາງການ

2022-04-27 19:53:34 |ມາຈາກ: CRI

ໂຄງການກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານລາວທີ່ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນໄດ້ເລີ່ມລົງມືກໍ່ສ້າງຢ່າງເປັນທາງການ ໃນວັນທີ 25 ເມສາ 2022ນີ້. ທ່ານ ບ່ໍວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານລາວແລະທ່ານຈ່ຽງຈ້າຍຕຸ່ງ ເອກອັກຄະລັດຖະທູດສປຈີນ ປະຈຳສປປລາວໄດ້ເຂົ້າຮ່ວມພິທີວາງສີລາລືກໂຄງການດັ່ງກ່າວ.

ໂຄງການກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານຕັ້ງຢູ່ນະຄອນ ຫຼວງວຽງຈັນ, ຕາມການອອກແບບກໍ່ສ້າງອາຄານແມ່ນອາຄານການຮຽນ5 ຊັ້ນຈຳ ນວນ1ຫຼັງທີ່ມີເນື້ອທີ່ກໍ່ສ້າງທັງໝົດປະມານ 5.500 ຕາແມັດ.

ໃນພິທີວາງສີລາລືກ, ທ່ານຈ່ຽງຈ້າຍຕຸ່ງໄດ້ປະກອບຄຳເຫັນໂດຍກ່າວວ່າ: ໃນຖານະເປັນຄູ່ຮ່ວມຊາຕາກຳຈີນ-ລາວ, ຈີນຈະສືບຕໍ່ຊ່ວຍເຫຼືອລາວຍົກລະດັບການສຶກສາໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຊ່ວຍກໍ່ສ້າງແລະພັດທະນາບຸກຄະລາກອນຜູ້ດີເດັ່ນ ທີ່ມີຄວາມຮູ້-ຄວາມສາມາດເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມຂອງລາວກໍຄືການຮ່ວມມືຕົວຈິງລະຫວ່າງສອງປະເທດ.

ທ່ານບໍ່ວຽງຄຳ ວົງດາລາ ໄດ້ຖືໂອກາດດັ່ງກ່າວສະແດງຄວາມຂອບໃຈ ນຳສປຈີນ ທີ່ໄດ້ປະກອບສ່ວນອັນຕັ້ງໜ້າເຂົ້າໃນການພັດທະນາເຕັກໂນໂລຊີຂໍ້ມູນຂ່າວສານແລະພັດທະນາວຽກງານການສຶກສາຂອງລາວ. ທ່ານກ່າວ ຢືນຢັນວ່າ: ຈະສືບຕໍ່ຂຸດຄົ້ນທ່າແຮງບົ່ມຊ້ອນດ້ານການຮ່ວມມືຕື່ມອີກແລະ ຍົກລະດັບການຮ່ວມມືລາວ-ຈີນໃຫ້ສູງຂຶ້ນອີກ.

ຕາມຂ່າວໃຫ້ຮູ້ວ່າ: ພາຍຫຼັງໂຄງການກໍ່ສ້າງສະຖາບັນເຕັກໂນໂລຊີການ ສື່ສານຂໍ້ມູນຂ່າວສານໄດ້ລົງມືກໍ່ສ້າງແລ້ວ, ຈີນຈະຊ່ວຍຝຶກອົບຮົມ ແລະ ສອບເສັງວັດລະດັບໃນຫຼັກສູດຕ່າງໆ ເພື່ອກຽມພ້ອມຮອງຮັບການສອນໃຫ້ແກ່ຄູອາຈານລາວໃນເວລາເປີດນຳໃຊ້ສະຖາບັນດັ່ງກ່າວ. ຕາມແຜນການ, ໃນໄລຍະກໍ່ສ້າງໂຄງການ, ຈີນຈະຊ່ວຍຝຶກອົບຮົມຄູອາຈານ ແລະ ນັກສຶກສາລາວຈໍານວນ 312 ຄົນ.